ທ່ານ ທຣໍາ ກຽມຢ້ຽມຢາມມາເລເຊຍ ເປັນສັກຂີພະຍານລົງນາມຂໍ້ຕົກລົງສັນຕິພາບ ໄທ-ກໍາປູເຈຍ

             ທ່ານ ໂມຮາໝັດ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ເປີດເຜີຍວ່າ: ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຈະເດີນທາງຢ້ຽມຢາມນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ ໃນວັນທີ 26 ຕຸລານີ້ ເພື່ອຮ່ວມເປັນສັກຂີພະຍານຂໍ້ຕົກລົງສັນຕິພາບຢ່າງເປັນທາງການລະຫວ່າງ ໄທ ແລະ ກໍາປູເຈຍ ເຊິ່ງຈັດຂຶ້ນໃນເວລາດຽວກັນກັບກອງປະຊຸມສຸດຍອດຜູ້ນໍາອາຊຽນ (ASEAN Summit 2025).

                ທ່ານ ຮາຊັນ ຍັງລະບຸວ່າ: ຂໍ້ຕົກລົງດັ່ງກ່າວຮູ້ຈັກກັນໃນຊື່ “ຂໍ້ຕົກລົງກົວລາລໍາເປີ” (Kuala Lumpur Accord) ເຊິ່ງມີເປົ້າໝາຍເພື່ອສ້າງສັນຕິພາບ ແລະ ການຢຸດຍິງທີ່ຍືນຍົງຖາວອນລະຫວ່າງປະເທດໃກ້ຄຽງທັງສອງ.

                ພິທີລົງນາມຈະມີຂຶ້ນນອກຮອບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເຊິ່ງມີກໍານົດຈັດຂຶ້ນຢູ່ນະຄອນຫລວງກົວລາລໍາເປີ ລະຫວ່າງວັນທີ 26-28 ຕຸລານີ້ ໂດຍກ່ອນການປະກາດນີ້ ມີຄວາມບໍ່ຊັດເຈນວ່າ: ທ່ານ ທຣໍາ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນປີນີ້ ຫລື ບໍ່. ຂະນະທີ່ທ່ານ ທຣໍາ ເອງຍັງບໍ່ສະແດງຄວາມຕັ້ງໃຈວ່າຈະເຂົ້າຮ່ວມກອງປະຊຸມການຮ່ວມມືທາງເສດຖະກິດ ອາຊີ-ປາຊີຟິກ (APEC) ຢູ່ ສ.ເກົາຫລີ ໃນອາທິດຕໍ່ໄປເຊັ່ນດຽວກັນ.

               Politico ລາຍງານວ່າ: ການເຂົ້າຮ່ວມກອງປະຊຸມອາຊຽນຂອງທ່ານ ທຣໍາ ມີເງື່ອນໄຂ ໂດຍຂຶ້ນຢູ່ກັບກຸ່ມອາຊຽນຈະຈັດພິທີຢຸດຍິງຢ່າງເປັນທາງການ ໂດຍມີທ່ານເປັນຜູ້ຄວບຄຸມ ຫລື ບໍ່.

               ທັງຍັງມີລາຍງານວ່າ: ທ່ານ ທຣໍາ ໄດ້ຮ້ອງຂໍໃຫ້ເຈົ້າໜ້າທີ່ຈີນບໍ່ເຂົ້າຮ່ວມພິທີດັ່ງກ່າວ ເຖິງວ່າຜ່ານມາຈີນ ແລະ ມາເລເຊຍຈະມີບົດບາດສໍາຄັນໃນການເຈລະຈາຢຸດຍິງລະຫວ່າງ ໄທ ແລະ ກໍາປູເຈຍກໍຕາມ ໂດຍທ່ານ ທຣໍາ ຍັງອ້າງວ່າ: ຕົນມີສ່ວນສໍາຄັນໃນການຢຸດຄວາມຂັດແຍ່ງ 5 ວັນລະຫວ່າງ ໄທ-ກໍາປູເຈຍ ໃນເດືອນກໍລະກົດຜ່ານມາ.

               ເຖິງຢ່າງໃດກໍຕາມ, ເຖິງວ່າຈະມີການຢຸດຍິງແລ້ວ, ແຕ່ການປະທະກັນຍັງເກີດຂຶ້ນຢ່າງຕໍ່ເນື່ອງຕາມເຂດຊາຍແດນທີ່ມີຂໍ້ຂັດແຍ່ງ.

ອ້າງອີງ: