ໄລຍະຍາວ ລັດຖະບານຈະປຸກລະດົມໃຫ້ທຶນ ແລະ ເບ້ຍລ້ຽງແກ່ນັກຮຽນຜູ້ທີ່ຈະໄປຮຽນວິຊາຄູ ພ້ອມບັນຈຸຕາມໂຄຕາ

ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບ ໃນວັນທີ 15 ຕຸລາ 2025 ນີ້ວ່າ: ພາຍຫຼັງທີ່ລັດຖະບານໄດ້ອອກມະຕິ ເລກທີ 09/ລບ ວ່າດ້ວຍການແກ້ບັນຫາຂາດແຄນຄູສອນ ເຊິ່ງໄດ້ມອບໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັນເປັນເຈົ້າການໃນການແກ້ໄຂບັນຫາການຂາດແຄນຄູສອນຢູ່ເຂດຫ່າງໄກສອກຫລີກ ແລະ ການປະລະການຮຽນຂອງນັກຮຽນ ໂດຍຫັນເອົາຄູອາສາທີ່ລໍຖ້າໂຄຕ້າ ເຂົ້າມາເປັນລັດຖະກອນປ້ອງກັນຊາດ (ທະຫານ) ຈຳນວນ 2,000 ຄົນ ແລະ ຫັນເອົາພະນັກງານ-ນັກຮົບ ໄປເຝິກອົບຮົບວິຊາຄູຊັ້ນປະຖົມສຶກສາ ແລ້ວໄປຊ່ວຍສອນຢູ່ເຂດຫ່າງໄກສອກຫລີກ ໂດຍສະເພາະແມ່ນເຂດທຸລະກັນດານ. ຕໍ່ບັນຫານີ້, ຫຼາຍຄົນຍັງບໍ່ທັນເຂົ້າໃຈ ແລະ ສັບສົນຕໍ່ວຽກງານດັ່ງກ່າວ ບາງຄົນກໍມີທັດສະນະດ້ານລົບ, ບາງຄົນຢາກຮູ້ກ່ຽວກັບຂັ້ນຕອນ, ໜ້າທີ່ ແລະ ນະໂຍບາຍຕ່າງໆ ຕໍ່ຄູອາສາຜູ້ທີ່ຈະເຂົ້າເປັນທະຫານ ແລະ ທະຫານຜູ້ທີ່ຈະໄປເປັນຄູ.

ສໍາລັບໜ້າທີ່ ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນປ້ອງກັນຊາດ ຈະໄດ້ປະຕິບັດ 2 ໜ້າທີ່ຄື:

  1. ສິດສອນຊັ້ນປະຖົມຕາມການມອບໝາຍ ຂອງໂຮງຮຽນແຫ່ງນັ້ນໆ
  2. ມີໜ້າທີ່ໃນການກໍ່ສ້າງຮາກຖານໃນເຂດຕົນເອງສັງກັດ ແລະ ດໍາເນີນຊີວິດຢູ່ໃນໂຮງຮຽນທີ່ຕົນສັງກັດ, ພ້ອມທັງມີການປະເມີນຕີລາຄາການປະຕິບັດໜ້າທີ່, ການສິດສອນ ເປັນແຕ່ລະໄລຍະ, ສ່ວນການຮັບນະໂຍບາຍເງິນເດືອນ ແມ່ນສາມາດຮັບໄດ້ຢູ່ກອງບັນຊາການທະຫານເມືອງ ຫລື ກອງກໍ່ສ້າງຮາກຖານການເມືອງ ໃນເຂດທີ່ຕົນສັງກັດ.

ສ່ວນການປະຕິບັດນະໂຍບາຍ ໃຫ້ແກ່ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນປ້ອງກັນຊາດ ແມ່ນກອງບັນຊາການທະຫານເມືອງ ຫລື ກອງກໍ່ສ້າງຮາກຖານການເມືອງ ໃນເຂດທີ່ຕົນສັງກັດ ເປັນຜູ້ຄິດໄລ່ເງິນເດືອນ ແລະ ເງິນນະໂຍບາຍ ເຊິ່ງມີລາຍລະອຽດດັ່ງນີ້:

  1. ນະໂຍບາຍອາຊີບຄູ:
  • ໄດ້ຮັບເງິນອຸດໜູນວິຊາຊີບຄູ
  • ໄດ້ຮັບເງິນນະໂຍບາຍການສອນຫ້ອງຄວບ
  • ໄດ້ຮັບເງິນນະໂຍບາຍສອນໃນເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ
  • ໄດ້ຮັບການເລື່ອນຊັ້ນ ຕຳແໜ່ງບໍລິຫານ, ວິຊາການຄູ ແລະ ເງິນອຸດໜູນ ຕາມລະບຽບການ ແລະ ກົດໝາຍ ກໍານົດໄວ້
  • ໄດ້ຮັບການເຝິກອົບຮົມ ແລະ ຍົກລະດັບ ວິຊາຊີບຄູ.
  1. ນະໂຍບາຍໃນການປະຕິບັດໜ້າທີ່ເປັນທະຫານ:
  • ໄດ້ຮັບການປະດັບທຽບຊັ້ນຕາມວຸດທິການສຶກສາ
  • ໄດ້ຮັບນະໂຍບາຍເງິນເດືອນ
  • ໄດ້ຮັບການເລື່ອນຊັ້ນ
  • ໄດ້ຮັບຊຸດເຄື່ອງແບບທະຫານ;
  • ການເຝິກອົບຮົມທາງການທະຫານ;
  • ໄດ້ຮັບນະໂຍບາຍອື່ນໆ ເຊັ່ນ: ເຄື່ອງອຸປະໂພກ, ບໍລິໂພກ ຕາມອັດຕາ, ຕາມລະບຽບການ ແລະ ກົດໝາຍ ວ່າດ້ວຍ ນາຍທະຫານ ກອງທັບປະຊາຊົນລາວ.

ສຳລັບ ນາຍ ແລະ ພົນທະຫານ ທີ່ຈະໄປຊ່ວຍສອນ ຕ້ອງໄດ້ຜ່ານການເຝິກອົບຮົມ ວິຊາຄູຊັ້ນປະຖົມສຶກສາກ່ອນ, ຜູ້ທີ່ຖືກສັບຊ້ອນໄປເຮັດໜ້າທີ່ນັ້ນ ຈະໄດ້ຮັບເງິນເພີ່ມຕື່ມ 70% ຂອງເງິນເດືອນພື້ນຖານ (ຕາມຊັ້ນ) ແລະ ຍັງຈະເປັນອີກໜຶ່ງເງື່ອນໄຂໃນການສະເໜີເລື່ອນຊັ້ນ, ເລື່ອນທຽບຊັ້ນ.

ສັງລວມໄດ້ວ່າ ການທີ່ເອົາທະຫານໄປຊ່ວຍສອນນີ້ ເປັນແກ້ໄຂບັນຫາແບບສະເພາະໜ້າ ໄປຊ່ວຍສອນໃນເວລາຈຳເປັນ ກໍຄືເວລາຄູທີ່ສອນເປັນປະຈຳບໍ່ສະບາຍ ຫລື ມີວຽກຄອບຄົວຕ່າງໆ. ສ່ວນໄລຍະຍາວ ລັດຖະບານໄດ້ປຸກລະດົມໃຫ້ທຶນຮຽນແບບມີເບ້ຍລ້ຽງໃຫ້ແກ່ນັກຮຽນຜູ້ທີ່ຈະໄປຮຽນວິຊາຄູ ຢູ່ຕາມວິທະຍາໄລຄູຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ພາຍຫລັງຮຽນຈົບ ແມ່ນຈະຖືກສັບຊ້ອນໄປສອນຕາມໂຄຕ້າ.

ທີ່ມາ: ໜັງສືພິມກອງທັບ