ສ.ເກົາຫລີ ຕັ້ງໜ່ວຍງານພິເສດຊ່ວຍພົນລະເມືອງຢູ່ກໍາປູເຈຍ ເລັ່ງເຮັດວຽກກັບອາຊຽນເພື່ອປາບອາດຊະຍາກໍາສະແກມເມີ

              ສໍານັກງານປະທານາທິບໍດີ ສ.ເກົາຫລີ ຢືນຢັນ ລັດຖະບານອະນຸມັດການສົ່ງໜ່ວຍງານພິເສດເຂົ້າໄປຊ່ວຍເຫລືອພົນລະເມືອງທີ່ເປັນເຫຍື່ອສະແກມເມີຢູ່ກໍາປູເຈຍ, ພ້ອມເຮັດວຽກຮ່ວມກັບປະເທດອາຊຽນ ເພື່ອແກ້ໄຂບັນຫາອາດຊະຍາກໍາຂ້າມຊາດມໍ່ໆນີ້. ທ່ານ ອີ ແຈມຢອງ (Lee Jae-myung) ປະທານາທິບໍດີ ເນັ້ນເຖິງເປົ້າໝາຍອັນດັບທໍາອິດ ຄືການປົກປ້ອງປະຊາຊົນ ແລະ ພາກັບປະເທດເທົ່ານັ້ນ.

                    ທັງນີ້, ທ່ານ ກິມ ນໍາຈຸນ (Kim Nam-joon) ໂຄສົກສໍານັກງານປະທານາທິບໍດີ ຢືນຢັນວ່າ: ສ.ເກົາຫລີ ຈະສົ່ງຄະນະພິເສດຂອງລັດຖະບານ ໄດ້ແກ່ ຜູ້ແທນຈາກກະຊວງການຕ່າງປະເທດ, ສໍານັກງານຕໍາຫລວດແຫ່ງຊາດ ແລະ ໜ່ວຍຂ່າວໄປຊ່ວຍເຫລືອເຫຍື່ອທີ່ຖືກລັກພາຕົວຢູ່ກໍາປູເຈຍ ຈາກສະແກມເມີໃນວັນທີ 15 ຕຸລາ.

                 ເບື້ອງຕົ້ນມີການເປີດເຜີຍຂໍ້ມູນຈາກສື່ມວນຊົນວ່າ: ລັດຖະບານ ແລະ ໜ່ວຍງານພິເສດໄດ້ກຽມແຜນໃນການເດີນທາງຄັ້ງນີ້ຮຽບຮ້ອຍເຊັ່ນ: ເຊົ່າເຮືອບິນໄປຮັບປະຊາຊົນ. ຂະນະທີ່ ສ.ເກົາຫລີ ກໍາລັງຢູ່ໃນໄລຍະເຈລະຈາຂໍ້ຕົກລົງສົ່ງພົນລະເມືອງກັບປະເທດ ແລະ ກຽມສືບສວນຄະດີຄາດຕະກໍານັກສຶກສາອາຍຸ 22 ປີ ຮ່ວມກັບກໍາປູເຈຍ.

               ສໍາລັບມາດຕະການໃນປະເທດ, ທາງການຈະເຮັດວຽກຮ່ວມກັບທຸກກະຊວງ ເພື່ອວິເຄາະສາເຫດຂອງອາດຊະຍາກໍາສະແກມເກີ ໂດຍຈະມີການລາຍງານສະຖານະການຄວາມຄືບໜ້າໃຫ້ປະຊາຊົນຮັບຮູ້ຕະຫລອດ.

              ນອກຈາກນີ້, ລັດຖະບານ ສ.ເກົາຫລີ ຍັງເລັ່ງຍົກລະດັບມາດຕະການແຈ້ງເຕືອນພົນລະເມືອງທີ່ເດີນທາງໄປກໍາປູເຈຍ ຫລັງອາທິດຜ່ານມາ ໄດ້ມີການອອກຄໍາເຕືອນວ່າ: ໃຫ້ຊາວ ສ.ເກົາຫລີ ຢຸດ ຫລື ເລື່ອນການເດີນທາງໄປກໍາປູເຈຍ ແລະ ຫລີກລ່ຽງເຂດສ່ຽງ ຄືສີໜຸວິວ ຫລື ພູໂບກໍ.

              ມາດຕະການດັ່ງກ່າວເກີດຂຶ້ນຫລັງຈາກທ່ານ ອີ ແຈມຢອງ ຜູ້ນໍາ ສ.ເກົາຫລີ ປະກາດວ່າ: ໃຫ້ທຸກຝ່າຍ “ລະດົມຊັບພະຍາກອນ” ທີ່ມີທັງໝົດ ເພື່ອຮັບມືຕໍ່ກໍລະນີສະແກມເມີລັກພາຕົວພົນລະເມືອງ ໂດຍເຊື່ອວ່າ: ຍັງມີຄົນອີກຫລາຍປະເທດທີ່ຖືກຈັບກຸມ ແລະ ສ.ເກົາຫລີ ອາດມີເຫຍື່ອຢູ່ກໍາປູເຈຍຫລາຍເປັນອັນດັບ 5-6 ຂອງໂລກ.

              ປັດຈຸບັນ, ທ່ານ ຢຸນ ຮູດ໊ອກ ສສ. ພັກປະຊາທິປະໄຕເກົາຫລີ (Democratic Party of Korea: DPK) ລະບຸໃນກອງປະຊຸມສະພາວ່າ: ມີຊາວ ສ.ເກົາຫລີ ອີກ 68 ຄົນຕ້ອງຕິດຄຸກຢູ່ກໍາປູເຈຍ ໂດຍເຊື່ອວ່າ: ພົນລະເມືອງກຸ່ມນີ້ຄືເຫຍື່ອສະແກມເມີ, ແຕ່ຖືກຕໍາຫລວດທ້ອງຖິ່ນຈັບກຸມ ແລະ ຖືກເນລະເທດ.

ອ້າງອີງ: