ອາເມລິກາຢຶດບິດຄອຍມູນຄ່າ 15 ຕື້ໂດລາ ຈາກແກ້ງສໍ້ໂກງອອນລາຍ “Pig Butchering” ມີຖານຢູ່ກຳປູເຈຍ
ສຳນັກຂ່າວ PostToday ຂອງໄທ ລາຍງານວັນທີ 15 ຕຸລາ 2025 ວ່າ: ກະຊວງຍຸຕິທຳສະຫະລັດອາເມລິກາ (DOJ) ໄດ້ເປີດເຜີຍການດຳເນີນຄະດີຢຶດຊັບສິນຄັ້ງປະຫວັດສາດ ໂດຍການຢຶດບິດຄອຍ (Bitcoin) ມູນຄ່າສູງເຖິງ 15 ຕື້ໂດລາສະຫະລັດ) ທີ່ພົວພັນກັບແກ້ງສໍ້ໂກງສະກຸນເງິນດິຈິຕອລຂະໜາດໃຫຍ່ໃນອາຊີຕາເວັນອອກສຽງໃຕ້ ທີ່ຮູ້ກັນໃນຊື່ “Pig Butchering”
ອົງການສືບສວນຂອງສະຫະລັດອາເມລິກາ ໄດ້ຍື່ນຟ້ອງທ່ານ Chen Zhi (ເສິນ ຈື), ປະທານກຸ່ມບໍລິສັດ Prince Holding Group (Prince Group) ທີ່ມີຖານປະຕິບັດການຢູ່ໃນກຳປູເຈຍ, ໃນຂໍ້ຫາສໍ້ໂກງທາງໄຟຟ້າ ແລະ ການຟອກເງິນ ພ້ອມທັງເປີດເຜີຍເຄືອຂ່າຍອາດຊະຍາກຳຂ້າມຊາດທີ່ສ້າງລາຍໄດ້ມະຫາສານຜ່ານການຫຼອກລວງທາງອອນລາຍ.
ຕາມຄຳຟ້ອງຮ້ອງ, Chen Zhi ໄດ້ຢູ່ເບື້ອງຫຼັງຂອງການສໍ້ໂກງທາງໄຊເບີທີ່ໄດ້ນຳໃຊ້ ສູນກາງການສໍ້ໂກງຢູ່ປະເທດ ກຳປູເຈຍ ໂດຍໃຊ້ພະນັກງານຈຳນວນຫຼວງຫຼາຍ (ສ່ວນໃຫຍ່ແມ່ນແຮງງານຍົກຍ້າຍ) ທີ່ຖືກ ຫຼອກລວງ ແລະ ຖືກບັງຄັບໃຫ້ເຮັດວຽກ ພາຍໃນສະຖານທີ່ດັ່ງກ່າວ, ເຊິ່ງຜູ້ເຄາະຮ້າຍຖືກກັກຂັງ, ອ້ອມຮອບດ້ວຍລວດໜາມ, ແລະ ຖືກຂົ່ມຂູ່ດ້ວຍຄວາມຮຸນແຮງ ລວມທັງຖືກທຳຮ້າຍຮ່າງກາຍຢ່າງປ່າເຖື່ອນ ຖ້າບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍການຫຼອກລວງ. ພະນັກງານເຫຼົ່ານີ້ຖືກບັງຄັບໃຫ້ສ້າງຄວາມໄວ້ວາງໃຈກັບເຫຍື່ອຜ່ານສື່ສັງຄົມອອນລາຍ ຫຼື ແອັບພລິເຄຊັນສົ່ງຂໍ້ຄວາມ, ກ່ອນຈະຊັກຊວນໃຫ້ໂອນເງິນສະກຸນດິຈິຕອລເຂົ້າໄປລົງທຶນໃນ ແພລັດຟອມປອມ.
ຜ່ານການສືບສວນພົບວ່າ ແກ້ງດັ່ງກ່າວໄດ້ຫລອກເອົາເງິນຈາກເຫຍື່ອທົ່ວໂລກ ແລະ ຟອກເງິນຜ່ານເຄືອຂ່າຍບໍລິສັດຂອງ Prince Group. ໃຊ້ເງິນທີ່ໄດ້ມາຢ່າງຜິດກົດໝາຍໄປຊື້ສິນຄ້າຟຸມເຟືອຍ ເຊັ່ນ: ເຮືອຍອດ, ເຮືອບິນສ່ວນຕົວ, ແລະ ວຽກງານສິລະປະທີ່ມີລາຄາແພງ.
ບິດຄອຍ (Bitcoin) ຈຳນວນ 127,271 ຫຼຽນ ທີ່ຖືກຢຶດໄດ້ໃນຄັ້ງນີ້ ຖືເປັນຫຼັກຖານສຳຄັນໃນການເອົາຜິດຜູ້ຕ້ອງຫາ ແລະ ອາດຈະຖືກນຳໃຊ້ເພື່ອຊົດເຊີຍຄວາມເສຍຫາຍໃຫ້ຜູ້ເຄາະຮ້າຍຕໍ່ໄປ, ປັດຈຸບັນ ທ່ານ Chen Zhi ຍັງຫຼົບໜີຢູ່ ແລະ ຖ້າຖືກພິພາກສາວ່າມີຄວາມຜິດແທ້ຈະຕ້ອງຖືກຈຳຄຸກສູງສຸດ 40 ປີ.
ການດຳເນີນການຄັ້ງນີ້ເປັນການບົ່ງບອກທີ່ຊັດເຈນວ່າ ສະຫະລັດອາເມລິກາ ຈະໃຊ້ທຸກເຄື່ອງມືທີ່ມີເພື່ອປ້ອງກັນຜູ້ຖືກເຄາະຮ້າຍ ແລະ ນຳຜູ້ກະທຳຜິດມາລົງໂທດຕາມກົດໝາຍ.
