ຫລອນ ຕ້ອນຮັບຮາໂລວີນ! ຄູ່ຜົວເມຍຊາວອາເມຣິກາ ສ້າງຄວາມຕື່ນເຕັ້ນດ້ວຍການຕົບແຕ່ງເຮືອນແບບສົມຈິງ ຈົນຄົນເຂົ້າໃຈຜິດວ່າເກີດເຫດໄຟໄໝ້ແທ້ ແລະ ໂທແຈ້ງຕໍາຫລວດ

ຄູ່ຜົວເມຍຊາວອາເມຣິກາ ສ້າງຄວາມຕື່ນເຕັ້ນດ້ວຍການຕົບແຕ່ງເຮືອນແບບສົມຈິງ ຈົນຄົນເຂົ້າໃຈຜິດວ່າເກີດເຫດໄຟໄໝ້ແທ້ ແລະ ໂທແຈ້ງຕໍາຫລວດ

ນາງ ອະແມນດາ ພີເດັນ (Amanda Peden) ແລະ ທ້າວ ແຊມ ລີ (Sam Lee) ຄູ່ຜົວເມຍຈາກເມືອງຟາວນ໌ເທນ ອິນນ໌ ລັດເຊົາທ໌ ແຄໂຣໄລນາ ມີໄອເດຍຕົບແຕ່ງເຮືອນທີ່ບໍ່ຄືໃຜ ໂດຍການຕົບແຕ່ງໃຫ້ຄືກຳລັງຖືກໄຟໄໝ້ ທີ່ຈັດເຕັມທັງລະບົບແສງສີ ແລະ ຄວັນ ເພື່ອສ້າງບັນຍາກາດໃຫ້ເຂົ້າກັບບຸນຮາໂລວີນ. ແຕ່ການຕົບແຕ່ງຄັ້ງນີ້ກາຍເປັນບັນຫາ, ເພາະຄວາມຄືຈິງທີ່ພວກເຂົາສ້າງຂຶ້ນ ເຮັດໃຫ້ເພື່ອນບ້ານ ແລະ ຜູ້ທີ່ຜ່ານໄປມາເຂົ້າໃຈຜິດວ່າສະຖານທີ່ດັ່ງກ່າວເກີດໄຟໄໝ້ແທ້, ຈົນມີຄົນໂທແຈ້ງຕໍາຫລວດຢູ່ຕະຫລອດ.

ຕໍ່ມາ ນາງ ພີເດັນ ເຈົ້າຂອງເຮືອນ ຈຶ່ງໄດ້ໂພສຂໍ້ຄວາມໃນເຟສບຸກ ເພື່ອແຈ້ງໃຫ້ຄົນອື່ນຮູ້ວ່າ “ເຮືອນຂອງພວກເຮົາຈະຖືກ ‘ໄຟໄໝ້’ (ແຕ່ບໍ່ແມ່ນໄຟໄໝ້ແທ້)” ແລະ ຂໍຮ້ອງບໍ່ໃຫ້ໂທແຈ້ງໜ່ວຍດັບເພີງອີກ. ທັງສອງກ່າວວ່າໃນຊ່ວງທີ່ຕົບແຕ່ງ, ພວກເຂົາຍັງຄົງຢູ່ໃນເຮືອນຢ່າງປອດໄພ, ເປີດໄຟ, ໃຊ້ຊີວິດປົກກະຕິ, ແຕ່ທີ່ໜ້າຕົກໃຈຄື ສຽງ, ຄວັນ ແລະ ແສງ ຈາກການສະແດງນັ້ນເກີດຂຶ້ນຢູ່ດ້ານນອກເຮືອນ.

 ຫົວໜ້າໜ່ວຍດັບເພີງປະຈຳເມືອງ ກ່າວວ່າ: ພວກເຂົາໄດ້ຮັບສາຍແຈ້ງເຫດຈາກສາທາລະນະຊົນເປັນປະຈຳທຸກປີ ກໍລະນີ “ເຮືອນຕົບແຕ່ງຄືໄຟໄໝ້” ແບບນີ້. “ຕາມລະບຽບແລ້ວ ຖ້າມີການແຈ້ງເຫດ, ແນ່ນອນ ພວກເຮົາກໍຕ້ອງສົ່ງລົດດັບເພີງໄປກວດສອບ”, ເຖິງແມ່ນຈະຮູ້ວ່າເປັນການຕົບແຕ່ງເພື່ອເທດສະການ, ແຕ່ກໍບໍ່ສາມາດລະເລີຍໄດ້ ເນື່ອງຈາກເປັນໜ້າທີ່ບໍລິການສາທາລະນະ.

@abcworldnews

In FountainInn, SouthCarolina, couple Sam Lee and Amanda Riggins Peden are bringing the heat to their home’s #Halloween display. So much so, that neighbors called the fire department to make sure it wasn’t actually on fire. #DavidMuir reports. ♬ original sound – ABC World News Tonight – ABC World News Tonight

 ນອກຈາກນີ້, ມີຜູ້ສະແດງຄວາມເຫັນໃນໂລກອອນລາຍວ່າການຕົບແຕ່ງລັກສະນະນີ້ໜ້າຈະຜິດກົດໝາຍ ເພາະອາດສ້າງຄວາມຕື່ນຕົກໃຈໃຫ້ສາທາລະນະຊົນ ແລະ ສະເໜີໃຫ້ມີປ້າຍເຕືອນໃຫ້ຊັດເຈນບໍລິເວນເຮືອນ ເພື່ອບໍ່ໃຫ້ຄົນພາຍນອກສັບສົນ.