ການສຶກສາພົບວ່າ ເຮັດວຽກພຽງແຕ່ 4 ວັນຕໍ່ອາທິດ ກໍຊ່ວຍຫລຸດຜ່ອນຄວາມຄຽດໄດ້ແທ້ ປະສິດທິພາບບໍ່ຫລຸດລົງ

ເຮັດວຽກໜ້ອຍລົງ ມີຄວາມສຸກຫລາຍກວ່າເກົ່າ!
ການສຶກສາພົບວ່າ ເຮັດວຽກພຽງແຕ່ 4 ວັນຕໍ່ອາທິດ ກໍຊ່ວຍຫລຸດຜ່ອນຄວາມຄຽດໄດ້ແທ້ ປະສິດທິພາບບໍ່ຕົກ!
ໂລກການເຮັດວຽກກຳລັງປ່ຽນແປງອີກຄັ້ງ ຫລັງຈາກມີຜົນການສຶກສາຄົ້ນຄວ້າ ຈາກຫລາຍປະເທດອອກມາຢືນຢັນວ່າ “ການເຮັດວຽກພຽງ 4 ມື້ ຕໍ່ອາທິດ” ແບບບໍ່ຫລຸດເງິນເດືອນ ຊ່ວຍໃຫ້ພະນັກງານມີຄວາມສຸກຂຶ້ນ, ສຸຂະພາບຈິດດີຂຶ້ນ ແລະ ຍັງສາມາດເຮັດວຽກໄດ້ຢ່າງມີປະສິດທິພາບເທົ່າເດີມ ຫລື ອາດຈະດີກວ່າເກົ່າ!
ໂຄງການທົດລອງໃນປະເທດອັງກິດເຊິ່ງມີບໍລິສັດເຂົ້າຮ່ວມກວ່າ 60 ແຫ່ງ ພົບວ່າ: ພະນັກງານມີຄວາມຄຽດ ແລະ ພາວະໝົດໄຟ (Burnout) ຫລຸດລົງຢ່າງຊັດເຈນ. ເນື່ອງຈາກ ຫລາຍຄົນມີເວລາພັກຜ່ອນ, ພົບປະຄອບຄົວ ຫລື ເບິ່ງແຍງສຸຂະພາບຫລາຍຂຶ້ນ, ໃນຂະນະທີ່ບໍລິສັດສ່ວນໃຫຍ່ ລາຍງານວ່າ “ຜົນງານບໍ່ຫລຸດລົງເລີຍ” ເຮັດໃຫ້ອົງກອນຫລາຍກວ່າ 90% ທີ່ຮ່ວມທົດລອງ ເລືອກໃຊ້ລະບົບນີ້ຕໍ່ໄປຫລັງຈາກສິ້ນສຸດໂຄງການ.
ນັກຄົ້ນຄວ້າຈາກ University of Cambridge ທີ່ຕິດຕາມໂຄງການເປີດເຜີຍວ່າ: ການເຮັດວຽກ 4 ມື້ຕໍ່ອາທິດ ຊ່ວຍປັບສົມດຸນຊີວິດວຽກ – ຊີວິດສ່ວນຕົວ ແລະ ສ້າງແຮງຈູງໃຈໃໝ່ໆ ໃຫ້ພະນັກງານກັບຄືນມາຮັກວຽກຂອງຕົນເອງອີກຄັ້ງ.
ແນວໃດກໍຕາມ, ຜູ້ຊ່ຽວຊານເຕືອນວ່າ: ຮູບແບບນີ້ອາດຈະບໍ່ເໝາະສົມກັບທຸກໆອາຊີບ ໂດຍສະເພາະສາຍບໍລິການ ຫລື ອຸດສາຫະກຳທີ່ຕ້ອງເປີດໃຫ້ບໍລິການຢ່າງຕໍ່ເນື່ອງ ເຊັ່ນ: ໂຮງໝໍ ຫລື ສູນບໍລິການລູກຄ້າ.
ອ້າງອີງຈາກ
