ປະທານ NextTech “Shark Bình” ຖືກຈັບ! ຖານສໍ້ໂກງເງິນຄຣິບໂຕ 30,000ບັນຊີ, ຊັບສິນ 900 ຕື້ດົງ ຖືກອາຍັດ

ເພສຂ່າວ Vietnamnet.vn ລາຍງານ ວັນທີ 14 ຕຸລາ 2025 ວ່າ: ອົງການສືບສວນສອບສວນ ຕຳຫຼວດນະຄອນຮ່າໂນ້ຍ ໄດ້ອອກຄໍາສັ່ງດໍາເນີນຄະດີ, ສັ່ງຟ້ອງຜູ້ຖືກຫາ ແລະ ກັກຂັງຊົ່ວຄາວ ທ່ານ ຫງວຽນ ຫວ່າ ບິ່ງ (Shark Bình), ປະທານສະພາບໍລິຫານ ກຸ່ມບໍລິສັດ NextTech, ໃນຂໍ້ຫາ ສໍ້ໂກງເອົາຊັບ ແລະ ລະເມີດຂໍ້ກຳນົດກ່ຽວກັບບັນຊີ ທີ່ກ່ຽວຂ້ອງກັບໂຄງການເງິນຄຣິບໂຕ AntEx, ຈົນສົ່ງຜົນກະທົບຄັ້ງໃຫຍ່ຕໍ່ວົງການເຕັກໂນໂລຊີ ແລະ ທຸລະກິດຂອງຫວຽດນາມ.

ຜົນການສືບສວນຂອງເຈົ້າໜ້າທີ່ເປີດເຜີຍວ່າ: ທ່ານ ຫງວຽນ ຫວ່າ ບິ່ງ ພ້ອມດ້ວຍຜູ້ຮ່ວມກໍ່ຕັ້ງ ໄດ້ ຖອນເງິນຈາກບັນຊີ ຂອງນັກລົງທຶນປະມານ 30,000 ບັນຊີ ໃນໂຄງການ AntEx ເຊິ່ງເປັນການສໍ້ໂກງເອົາຊັບຈໍານວນຫຼວງຫຼາຍ. ເງິນເຫຼົ່ານີ້ຖືກໂອນເຂົ້າເປັນຂອງສ່ວນຕົວ ແລະ ບໍລິສັດຕ່າງໆໃນເຄືອ NextTech ເພື່ອນໍາໃຊ້ທີ່ບໍ່ຖືກຕ້ອງຕາມຈຸດປະສົງ, ເຈົ້າໜ້າທີ່ໄດ້ດໍາເນີນການອາຍັດ ແລະ ຢຶດຊັບສິນຕ່າງໆຂອງກຸ່ມຜູ້ຖືກຫາ ລວມມູນຄ່າປະມານ 900 ຕື້ດົງ (ປະມານ 152 ຕື້ກີບ). ຊັບສິນປະກອບມີ ຄຳ, ເງິນຕາຕ່າງປະເທດ, ໃບຕາດິນ 18 ໃບ, ລົດຍົນ 2 ຄັນ, ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງ.

ທ່ານ ບິ່ງ ເປັນທີ່ຮູ້ຂອງຄົນທົ່ວໄປໃນນາມ “ປາສະຫຼາມເຕັກໂນໂລຊີ” ທີ່ເລີ່ມຕົ້ນຈາກວົງການໄອທີດ້ວຍເງິນຈໍານວນໜ້ອຍ, ຈົນສ້າງຕັ້ງກຸ່ມບໍລິສັດ NextTech ທີ່ມີມູນຄ່າທຶນສູງ ແລະ ຖືກປຽບທຽບເປັນ “Alibaba ຂອງຫວຽດນາມ”.

ກ່ອນຈະມີບັນຫາ AntEx, ກຸ່ມ NextTech ໄດ້ດໍາເນີນການຫຼຸດຕົ້ນທຶນຈົດທະບຽນຈາກ 500 ຕື້ດົງ ລົງເຫຼືອພຽງ 4 ຕື້ດົງ, ແລະ ບໍລິສັດ Ngân Lượng (ບໍລິສັດລູກ ດ້ານ Fintech) ກໍຫຼຸດຕົ້ນທຶນລົງ 85%. Shark Bình ໂດດເດັ່ນໃນລາຍການ “Shark Tank ຫວຽດນາມ” ດ້ວຍລີລາທີ່ ຊື່ສັດ ແລະ ເດັດດ່ຽວ ພ້ອມຄໍາເວົ້າທີ່ກາຍເປັນກະແສສັງຄົມ ເຊັ່ນ: “ນ້ອງຂໍຮ້ອງອ້າຍຢ່າຕັ້ງລາຄາແບບເຫິນເວຫາ” (“Anh xin em đừng ngáo giá”) ແລະ ປັດຊະຍາວ່າ: ການເຮັດທຸລະກິດ ຕ້ອງຊອກຫາ “ເສັ້ນທາງຫຼັກ” (long mạch) ເພື່ອຄວາມຍືນຍົງ.

ເຖິງຢ່າງໃດກໍຕາມ, ມີລາຍງານວ່າຈໍານວນໂຄງການທີ່ໄດ້ “ເຊັນສັນຍາ” ໃນລາຍການນັ້ນ ໄດ້ຮັບການອະນຸມັດເງິນຕົວຈິງພຽງແຕ່ສ່ວນໜ້ອຍເທົ່ານັ້ນ. NextTech ໄດ້ຂະຫຍາຍເປັນລະບົບນິເວດດິຈິຕອລທີ່ມີຫຼາຍກວ່າ 20 ບໍລິສັດ (ເຊັ່ນ: Ngân Lượng, Boxme, NextPay). ທ່ານ ບິ່ງ ຍັງເຄີຍຂະຫຍາຍທຸລະກິດໄປສູ່ຂົງເຂດ ອະສັງຫາລິມະຊັບເຕັກໂນໂລຊີ (PropTech) ຜ່ານ NextLand. ຢ່າງໃດກໍຕາມ, ຂໍ້ມູນສະແດງໃຫ້ເຫັນວ່າບໍລິສັດຈຳນວນຫຼວງຫຼາຍທີ່ເພິ່ນເຄີຍເປັນຜູ້ຕາງໜ້າທາງກົດໝາຍໃນໄລຍະປີ 2012-2020 ໄດ້ ຢຸດການເຄື່ອນໄຫວ ຫຼື ຖືກຍຸບເລີກ ແລ້ວ.

ຄະດີນີ້ກຳລັງໄດ້ຮັບຄວາມສົນໃຈຂອງປະຊາຊົນຢ່າງກວ້າງຂວາງ ແລະ ກາຍເປັນຕົວຢ່າງສຳຄັນໃນການບັງຄັບໃຊ້ກົດໝາຍໃນຂົງເຂດເຕັກໂນໂລຊີ ແລະ ການເງິນດິຈິຕອລ.

ທີ່ມາ: Vietnamnet.vn