ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຂໍ່ານັບ
ວັນທີ 14 ຕຸລາ 2025 ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ, ເຂົ້າຢ້ຽມຂໍ່ານັບ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 13-16 ຕຸລາ 2025 ນີ້.
ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານພົນເອກ ເຕຍ ໄຊຫາ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ໂດຍສະເພາະມາເຂົ້າຮ່ວມກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນ ປະເທດລາວ-ຫວຽດນາມ-ກຳປູເຈຍ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເພື່ອສືບຕໍ່ສົ່ງເສີມ, ຊຸກຍູ້ເພີ່ມທະວີຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງລັດ, ສອງກອງທັບ ແລະ ປະຊາຊົນສອງ ຊາດລາວ-ກຳປູເຈຍທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແດກດອກອອກຜົນຍິ່ງໆຂຶ້ຶນ, ພ້ອມທັງ ໄດ້ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວຈົ່ງປະສົບຜົນຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ອີກດ້ວຍ.
ພົນເອກ ເຕຍ ໄຊຫາ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານໄດ້ຮັບຊາບອີກດ້ວຍ.
ທີ່ມາ: ໜັງສືພິມປະຊາຊົນ
