ຄະນະໂຄສະນາອົບຮົມສູນກາງພັກ ປະກາດແຕ່ງຕັ້ງຫົວໜ້າກົມ ແລະ ທຽບເທົ່າກົມ 8 ສະຫາຍ
ວັນທີ 14 ຕຸລາ 2025 ນີ້ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະກາດກົງຈັກການຈັດຕັ້ງຂັ້ນກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໂອກາດຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອເລືອກເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍ ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງຂັ້ນກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກມີຄື:
1. ສະຫາຍ ສົມປະສົງ ພົງປະເສີດ ເປັນຫົວໜ້າກົມຂໍ້ມູນຂ່າວສານ
2. ສະຫາຍ ບົວໄລ ພານຸວົງ ເປັນຫົວໜ້າກົມໂຄສະນາ
3. ສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ
4. ສະຫາຍ ວັນຕຸລາ ຣັກນຸດ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
5. ສະຫາຍ ນາງ ສິມມະນີ ແກ້ວແກ່ນ ເປັນຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ
6. ສະຫາຍ ວັນລາຕີ ຄຳວານວົງສາ ເປັນຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດລາວ
7. ສະຫາຍ ຫີນເພັດ ໄຊຍະສີພັນດອນ ເປັນຮັກສາການ ບັນນາທິການໃຫຍ່ວາລະສານອາລຸນໃໝ່
8. ສະຫາຍ ນາງ ພວງມາລີ ອັກຄະມຸນຕີ ຫົວໜ້າກົມຈັກຕັ້ງ-ພະນັກງານ ພັກການຮັບອຸດໜູນບໍານານ.
ພ້ອມນີ້, ຍັງໄດ້ບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.
