ເມືອງທ່າໂທມ ໄດ້ຮັບຜົນກະທົບຈາກພາຍຸບົວລອຍ 17 ບ້ານ ມີ 350 ຄອບຄົວ

ທ່ານ ພະລີຄໍາ ວັນດາວົງ ຮອງປະທານຄະນະກໍະມະການປົກຄອງເມືອງ ທ່າໂທມ ລາຍງານເນື່ອງໃນໂອກາດ ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງໄຊສົມບູນ ຕິດຕາມຜົນກະທົບຈາກໄພພພິບັດ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ວັນທີ 13 ຕຸລາ 2025 ນີ້ວ່າ: ເມືອງທ່າໂທມ ໄດ້ຮັບຜົນກະທົບຈາກພາຍຸບົວລອຍທີ່ພັດຜ່ານ ໃນໄລຍະວັນທີ 29-30 ກັນຍາຜ່ານມານີ້, ເຊິ່ງເມືອງທ່າໂທມໄດ້ຮັບຜົນກະທົບທັງໝົດ 17 ບ້ານ, ມີ 350 ຄອບຄົວ, ໃນໂອກາດນີ້ທ່ານໄດ້ລົງເບີ່ງຜົນກະທົບພື້ນທີ່ຕົວຈິ່ງຢູ່ເຂດທ່າວຽງເປັນຕົ້ນພື້ນຖານໂຄ່ງລ່າງຖະໜົນຫົນທາງ, ຂົວອູ່, ພື້ນທີ່ທໍາການຜະລິດ, ດິນນາ, ລະບົບໄຟຟ້າ, ໂທລະຄົມມະນາຄົມ ແລະ ໂຮງງານຜະລິດແປ້ງມັນຕົ້ນຫວຽດລາວ-ໄຊສົມບູນ ທີ່ໄດ້ຮັບຜົນກະທົບ.