ມະຫາເສດຖີສາວອາຍຸ 47 ປີ ແຕ່ງງານກັບໜຸ່ມອາຍຸ 27 ປີ – ສິນສອດເປັນເຮືອນ, ເງິນສົດ, ລົດຫຼູຫຼາອະລັງການ!
ຢູ່ແຂວງຊານຕົງ, ປະເທດຈີນ, ໄດ້ເກີດງານແຕ່ງງານທີ່ສ້າງຄວາມຕື່ນເຕັ້ນ ເມື່ອເຈົ້າສາວອາຍຸ 47 ປີ ແຕ່ງງານກັບຊາຍໜຸ່ມອາຍຸ 27 ປີ. ພິທີໄດ້ຈັດຂຶ້ນໃນວັນທີ 6 ຕຸລາ ທີ່ຜ່ານມາ, ໂດຍເຈົ້າສາວຍັງໄດ້ພາລູກຊາຍອາຍຸ 12 ປີ ມາຮ່ວມພິທີນຳ. ເຮັດໃຫ້ທັງສອງຄົນໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍໃນໂລກອອນລາຍ.

ສິ່ງທີ່ດຶງດູດຄວາມສົນໃຈບໍ່ແມ່ນພຽງແຕ່ເລື່ອງຄວາມຮັກຕ່າງໄວແລະຕ່າງຊາດເທົ່ານັ້ນ, ແຕ່ແມ່ນ ຄວາມໂດດເດັ່ນຂອງເຈົ້າສາວ. ຍິງສາວຜິວສີ, ຮູບຮ່າງສູງໃຫຍ່ ແລະ ສະຫງ່າງາມ, ເມື່ອຢືນຄູ່ກັບເຈົ້າບ່າວທີ່ໂຕນ້ອຍ, ເຮັດໃຫ້ເກີດຄວາມແຕກຕ່າງທີ່ໜ້າສົນໃຈ.
ງານແຕ່ງງານໄດ້ຈັດຂຶ້ນຕາມພິທີການຂອງຈີນດັ້ງເດີມ ພ້ອມກັບສິນສອດສຸດອະລັງການ ເຊິ່ງມີທັງເຮືອນ 1 ຫຼັງ, ລົດໃຫຍ່ 1 ຄັນ ແລະ ເງິນສົດປະມານ 1 ລ້ານຢວນ. ນອກຈາກນີ້ ຍັງໄດ້ມາພ້ອມກັບບໍດີການສ່ວນຕົວ 3 ຄົນ, ຄ່າຈ້າງປະມານ 3,000 ໂດລາສະຫະລັດຕໍ່ມື້. ເຈົ້າບ່າວເອງກໍບໍ່ຍອມນ້ອຍໜ້າ, ໄດ້ກຽມເຮືອນ ແລະ ລົດໃຫຍ່ 2 ຄັນ ໃຫ້ກັບພັນລະຍາໃນອະນາຄົດ, ສະແດງເຖິງຄວາມເອົາໃຈໃສ່ແລະຄວາມຮັກທີ່ເລິກເຊິ່ງຂອງທັງສອງ.

ປະຕິກິລິຍາຂອງພໍ່ແມ່ເຈົ້າບ່າວ ອີກປະເດັນໜຶ່ງທີ່ເຮັດໃຫ້ຫຼາຍຄົນສົນໃຈຄື ສີໜ້າ ແລະ ທ່າທາງຂອງພໍ່ແມ່ເຈົ້າບ່າວ, ທີ່ເບິ່ງອຶດອັດ, ບໍ່ເຕັມໃຈ, ຈົນກາຍເປັນຈຸດໂຟກັດຂອງຊາວເນັດ. ເຖິງແມ່ນຈະມີຄວາມແຕກຕ່າງດ້ານອາຍຸ ແລະ ຄວາມຮັ່ງມີ, ແຕ່ທັງສອງຄົນມີຄວາມຮັກທີ່ຈິງໃຈແລະສະໜັບສະໜູນກັນຢ່າງເຕັມທີ່. ງານແຕ່ງງານຄັ້ງນີ້ຈຶ່ງກາຍເປັນໄວຣັລໃນໂລກອອນລາຍທັນທີ.

