ດີເຈ ເງິນ 98 (DJ NGÂN 98) ອວດໃຊ້ຊີວິດທີ່ຫລູຫລາ ເຄີຍມີຊັບສິນເປັນຮ້ອຍຕື້ດົງ ກ່ອນທີ່ຈະຖືກຈັບ

ເພສຂ່າວ Vietnamnet ຂອງຫວຽດນາມລາຍງານ ວັນທີ 14 ຕຸລາ 2025 ວ່າ: ດີເຈ ເງິນ 98 ຖືກສັ່ງຟ້ອງ ແລະ ກັກຂັງຊົ່ວຄາວ ເນື່ອງຈາກການຄ້າຂາຍສິນຄ້າປອມ (ອາຫານເສີມ). ພາຍຫລັງໃຊ້ເວລາກວດສອບຫລາຍກວ່າ 4 ເດືອນ, ເຈົ້າໜ້າທີ່ຕຳຫລວດ ໄດ້ຄົ້ນພົບຮ່ອງຮອຍການກະທຳຜິດທີ່ຮ້າຍແຮງແລະ ສ້າງຄວາມເສຍຫາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ທີ່ສ້າງລາຍໄດ້ໃຫ້ໂຕເອງສູງເຖິງຮ້ອຍກວ່າຕື້ດົງ.

ກ່ອນທີ່ຈະຖືກຈັບຕົວ ນາງ ເງິນ ເຄີຍອວດການໃຊ້ຊີວິດກິນຫລູຢູ່ແພງກັບຜົວ – ນັກຮ້ອງ ລວງ ບັງ ກວາງ (Lương Bằng Quang) ເຊັ່ນ: ໂຊລົດຊຸບເປີຄາ (Supercar) ລາຄາຫລາຍຕື້ດົງ ລວມໄປເຖິງອະສັງຫາລິມະຊັບຈຳນວນຫລາຍ ແຕ່ເບື້ອງຫລັງຄວາມອວດລວຍດັ່ງກ່າວນັ້ນ, ເກີດມີກະແສ ຖືກຕັ້ງຄຳຖາມຢ່າງຫລວງຫລາຍເຖິງແຫລ່ງທີ່ມາຂອງລາຍໄດ້ ຂອງ ນາງ ເງິນ ແມ່ນມີຄວາມເປັນມາແບບໃດ?

ປີ 2022 ນາງ ເງິນ 98 ໄດ້ເປີດເຜີຍການລົງທຶນດ້ານອະສັງຫາລິມະຊັບ ຂອງ ນາງ ແລະ ຜົວ ລວງ ບັງ ກວາງ ໄດ້ວາງເງິນມັດຈຳ 21 ຕື້ດົງ ເພື່ອຊື້ດິນພ້ອມກັນ 9 ຕອນ ໃນພື້ນທີ່ທີ່ມີມູນຄ່າສູງໃນນະຄອນໂຮ່ຈີມິນ ແລະ ເອົາໃບຕາດິນໄປອວດຕາມ ສື່ສັງຄົມອອນລາຍ. ມາຮອດປີ 2023 ດີເຈ ເງິນ 98 ກໍໄດ້ “ອວດ” ຫ້ອງເພັນເຮົ້າສ໌ (penthouse) ມູນຄ່າ 80 ຕື້ດົງ ທີ່ມີເຄື່ອງຕົກແຕ່ງພາຍໃນທີ່ຫລູຫລາ ແລະ ວິວທີ່ສວຍງາມ ທີ່ມູນຄ່າຫລາຍລ້ານໂດລາ.

ນາງ ເງິນ 98 ເຄີຍຊື້ລົດຊຸບເປີຄາ Maserati MC20 ຫລັງຄາເປີດ (mui trần) ລາຄາປະມານ 22 ຕື້ດົງ ເປັນຂອງຂວັນວັນເກີດໃຫ້ຕົນເອງ, ນອກຈາກລົດຍົນຫລູຫລາ ຍັງມີຊັບສິນອື່ນໆອີກ ເຊັ່ນ: Mercedes-AMG GLE 53 4Matic Coupe, ເຊິ່ງເຮັດໃຫ້ ນາງ ກາຍເປັນສັນຍາລັກແຫ່ງຄວາມຟຸມເຟືອຍໃນວົງການດີເຈ.

ຫລັງຈາກ ນາງ ເງິນ ຫລື ດີເຈ ເງິນ 98 ຖືກຈັບ ຕໍ່ມາ ລວງ ບັງ ກວາງ ຜູ້ເປັນຜົວ ກໍຖືກຕຳຫລວດເອີ້ນມາໃຫ້ການ ເພື່ອຊີ້ແຈງບົດບາດຂອງລາວ ໃນກິດຈະກຳການຄ້າຕ່າງໆຂອງ ດີເຈ ເງິນ 98.

ປັດຈຸບັນ, ຄະດີດັ່ງກ່າວກາຍເປັນຄະດີດັງສະເທືອນວົງການຄ້າຂາຍອອນລາຍ ໂດຍສະເພາະສິນຄ້າປະເພດກ່ຽວກັບອາຫານເສີມ ຢູ່ ສສ ຫວຽດນາມ ແລະ ກຳລັງຢູ່ໃນຂັ້ນຕອນສືບສວນສອບສວນຂະຫຍາຍຜົນຂອງເຈົ້າໜ້າທີ່ຕຳຫລວດ.

ທີ່ມາ: Vietnamnet