ສ.ເກົາຫລີ ກຽມສົ່ງຕໍາຫລວດໄປກຳປູເຈຍ ເພື່ອຮ່ວມສືບສວນຄະດີນັກສຶກສາເສຍຊີວິດຍ້ອນຖືກທໍລະມານ
ວັນທີ 13 ຕຸລາ 2025 — ສໍານັກຂ່າວຢອນຮັບ ລາຍງານວ່າ: ສ.ເກົາຫລີ ມີແຜນຈະສົ່ງເຈົ້າໜ້າທີ່ຕໍາຫຼວດໄປຮ່ວມກັບທາງການກຳປູເຈຍ ເພື່ອຊັນນະສູດສົບ ແລະ ສືບສວນຄະດີນັກສຶກສາຊາວ ສ.ເກົາຫລີ ທີ່ຖືກພົບເຫັນເສຍຊີວິດຫຼັງຈາກຖືກທໍລະມານຢູ່ໃນກຳປູເຈຍ.
ເຫດການດັ່ງກ່າວເກີດຂຶ້ນກັບນັກສຶກສາມະຫາວິທະຍາໄລຊາວ ສ.ເກົາຫລີ ອາຍຸ 20 ປີ ເຊິ່ງໄດ້ເດີນທາງໄປປະເທດກຳປູເຈຍໃນວັນທີ 17 ກໍລະກົດ ໂດຍໄດ້ແຈ້ງໃຫ້ຄອບຄົວຮູ້ວ່າໄປຮ່ວມງານວາງສະແດງ. ແຕ່ຕໍ່ມາ, ໃນວັນທີ 8 ສິງຫາ ຖືກພົບເຫັນວ່າເສຍຊີວິດຢູ່ແຂວງກຳປອດ ປະເທດກຳປູເຈຍ ແລະ ພົບວ່າມີຮ່ອງຮອຍຂອງການຖືກທໍາຮ້າຍ ແລະ ທໍລະມານ ເຊິ່ງເປັນສາເຫດຂອງການເສຍຊີວິດ.
ສໍານັກງານຕໍາຫລວດແຫ່ງຊາດ ສ.ເກົາຫລີ ຕັ້ງໃຈຈະເປີດ “ໂຕະເກົາຫຼີ (Korean Desk)” ຢູ່ກຳປູເຈຍ ເພື່ອຮັບມືກັບຄະດີຫລອກລວງການຈ້າງງານ ເຊິ່ງມັກຈະນໍາໄປສູ່ການລັກພາຕົວ ແລະ ການທໍລະມານແຮງງານຊາວ ສ.ເກົາຫລີ.
ດ້ານການຮ່ວມມືລະຫວ່າງລັດຖະບານທັງສອງປະເທດ ຄາດວ່າຈະມີການລົງນາມໃນຂໍ້ຕົກລົງອະນຸຍາດໃຫ້ຕໍາຫລວດ ສ.ເກົາຫລີ ສາມາດປະຈໍາການຢູ່ກຳປູເຈຍໄດ້ ໂດຍຂໍ້ຕົກລົງນີ້ອາດຈະຖືກປຶກສາຫາລືໃນລະຫວ່າງກອງປະຊຸມສຸດຍອດຕໍາຫລວດສາກົນ ເຊິ່ງຈະມີການປະຊຸມໃນທ້າຍເດືອນນີ້ທີ່ນະຄອນຫລວງໂຊລ.
