ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ຮ່ວມເຝິກຊ້ອມກອບກູ້ໄພພິບັດປະສານທຸກພາກສ່ວນ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 2

ວັນທີ 13 ຕຸລາ 2025 ທີ່ສະໜາມເຝິກຊ້ອມ ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໄດ້ມີການເຝິກຊ້ອມກອບກູ້ໄພພິບັດຮ່ວມ ປະສານທຸກພາກສ່ວນ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 2 ໂດຍມີ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ມີ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍກໍາປູເຈຍ ແລະ ພາກສ່ວນກ່ຽວຂ້ອງ 3 ກອງທັບ ເຂົ້າຮ່ວມ.

ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ການເຝິກຊ້ອມກອບກູ້ໄພພິບັດຮ່ວມ ປະສານທຸກພາກສ່ວນໃນຄັ້ງນີ້ ເຫັນວ່າມີການປັບປຸງ ແລະ ເຮັດໄດ້ດີຫລາຍກວ່າທີ່ຜ່ານມາ, ການອອກຄໍາສັ່ງ ມີລັກສະນະຊັດເຈນ, ເດັດຂາດ, ການເຄື່ອນໄຫວແຕ່ລະຈັງຫວະຂອງແຕ່ລະໜ່ວຍງານ ມີລັກສະນະຕໍ່ເນື່ອງ ແລະ ວ່ອງໄວ. ສ່ວນໜ່ວຍກູ້ໄພທາງບົກ ເຫັນວ່າແຕ່ລະຈັງຫວະມີລັກສະນະເຂັ້ມແຂງ ແລະ ສົມຈິງ. ທັງໝົດການເຄື່ອນໄຫວຈັງຫວະການເຝິກຊ້ອມຮ່ວມໃນຄັ້ງນີ້ ເປັນຄັ້ງທີ 2 ໃນນາມຕາງໜ້າໃຫ້ຄະນະຊີ້ນໍາລວມ ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມອົດທົນໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຢ່າງສຸດໃຈ.

ວັນທີ 15 ຕຸລາ 2025 ຈະມີການເຝິກຊ້ອມສະແດງຈິງໃຫ້ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຮັບຊົມ ຈຶ່ງຮຽກຮ້ອງໃຫ້ພ້ອມກັນສືບຕໍ່ກະກຽມຄື: ທຸກພາກສ່ວນຕ້ອງດໍາເນີນການຕາມລໍາດັບແຕ່ລະບາດກ້າວ, ກໍາໄດ້ທິດສະດີ ແລະ ທຽບໃສ່ຈັງຫວະ ຂອງການເຄື່ອນໄຫວຕົວຈິງ ເພື່ອເຮັດໃຫ້ສົມຈິງ ແລະ ອອກມາດີທີ່ສຸດ, ຕ້ອງປະຕິບັດຄໍາສັ່ງແຕ່ລະຈັງຫວະຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ມີຄວາມຄ່ອງແຄ່ວວ່ອງໄວຕາມກໍານົດເວລາ, ເອົາໃຈໃສ່ເພີ່ມທະວີໃນການປະສານງານ ໂດຍສະເພາະສູນບັນຊາ ຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ເອົາໃຈໃສທຸກການເຄື່ອນໄຫວ ຂອງທຸກໜ່ວຍງານໃຫ້ມີຄວາມປອດໄພເປັນຄວາມຮັບຜິດຊອບສູງສຸດຂອງການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຕ້ອງມີຄວາມປອດໄພ 100%.

ທີ່ມາ: ໜັງສືພິມກອງທັບ