ເຈົ້າແຂວງສະຫວັນນະເຂດໃຫ້ທຶນການສຶກສາແກ່ນັກຮຽນ ມ.7 ຮຽນຕໍ່ສາຍຄູ 547 ຄົນ

ວັນທີ 10 ຕຸລາ 2025 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ໄດ້ພົບປະ-ໂອ້ລົມ ພະນັກງານງານ, ຄູ-ອາຈານ ແລະນັກສຶກສາວິທະຍາໄລຄູສະຫວັນນະເຂດ.

ໃນພິທີ, ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການວິທະຍາໄລຄູ ສະຫວັນນະເຂດ ລາຍງານວໃຫ້ຮູ້ວ່າ: ສົກຮຽນ 2025-2026 ວິທະຍາໄລຄູ ສະຫວັນນະເຂດ ມີຄູ-ອາຈານ ພະນັກງານທັງໝົດ 134 ທ່ານ, ຍິງ 70 ທ່ານ ເຊິ່ງກວມເອົາທັງຄູສອນໃນ ໂຮງຮຽນ ອະນຸບານ, ປະຖົມ ແລະ ມັດທະຍົມສາທິດ ມີຈໍານວນນັກຮຽນ-ນັກສຶກສາຄູທັງໝົດ 1,130 ຄົນ, ຍິງ 675 ຄົນ. ພາກປົກກະຕິ 552 ຄົນ ຄູປະຈໍາການ ມາຮຽນຍົກລະດັບວຸດທິຄູ ໃນໄລພັກປີຮຽນ 578 ຄົນ, ຍິງ 313 ຄົນ. ໃນນີ້, ມີນັກຮຽນສາຍສາມັນທີ່ຮຽນໃນໂຮງຮຽນສາທິດທັງໝົດ770 ຄົນ 373 ຄົນ (ອະນຸບານ 96 ຄົນ, ຍິງ 49 ຄົນ, ປະຖົມ215/107 ມຍ459 ຄົນ, ຍິງ 217 ຄົນ).

ພິເສດ, ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າແຂວງ ພະແນກສຶກສາທິການ ແລະກິລາແຂວງ ໂດຍສົມທົບກັບຫ້ອງການສຶກສາທິການ ແລະ ກິລາໃນແຕ່ລະເມືອງ ໄດ້ຈັດສົ່ງນັກຮຽນ ທີ່ຮຽນຈົບ ມ.7 ມາຮຽນຄູ ພາຍໃຕ້ການໃຫ້ທຶນຂອງ ທ່ານເຈົ້າແຂວງໄດ້ທັງໝົດ 547 ຄົນ, ຍິງ 361 ຄົນ. ໃນນີ້, ຮຽນທີ່ວິທະຍາໄລຄູສະຫວັນນະເຂດ 483 ຄົນ, ຍິງ 323 ຄົນ ແລະ ຮຽນທີ່ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ 64 ຄົນ ຍິງ 38 ຄົນ.

ທ່ານເຈົ້າແຂວງ ສະຫວັນນະເຂດ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ວຽກງານການສຶກສາ ຂອງ ວຄສ ແຂວງ ໂດຍທ່ານເນັ້ນໜັກໃນຫຼາຍບັນຫາສໍາຄັນ ເຊັ່ນ:

  • ການຍົກລະດັບຄຸນະພາບການຮຽນ-ການສອນໃຫ້ທັນສະໄໝ ແລະ ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ;
  • ການພັດທະນາຄູ-ອາຈານໃຫ້ມີຄວາມຮູ້ ແລະທັກສະທີ່ທັນສະໄໝ ເພື່ອສາມາດສອນໃຫ້ນັກຮຽນຮັກການຮຽນຮູ້ ແລະມີທັກສະຊີວິດ, ການລະດົມພາກສ່ວນຕ່າງໆ ລວມທັງພໍ່ແມ່, ຊຸມຊົນ ແລະອົງການທ້ອງຖິ່ນ ເຂົ້າຮ່ວມສົ່ງເສີມ ແລະລະດົມໃຫ້ເດັກນ້ອຍເຂົ້າໂຮງຮຽນ ໃຫ້ທັນເວລາ ແລະຢ່າງຄົບຖ້ວນ;
  • ການສ້າງເງື່ອນໄຂ ແລະ ບັນຍາກາດການຮຽນທີ່ດຶງດູດໃຫ້ເດັກນ້ອຍຮັກໂຮງຮຽນ ແລະມີຄວາມສຸກໃນການຮຽນ.
  • ໃຫ້ບັນດາຫົວໜ້າຫ້ອງການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຮ່ວມມືຢ່າງໃກ້ຊິດກັບພາກສ່ວນທ້ອງຖິ່ນ ເພື່ອລະດົມໃຫ້ນັກຮຽນເຂົ້າໂຮງຮຽນຄົບຈໍານວນ ໂດຍພິເສດໃນພື້ນທີ່ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເພື່ອໃຫ້ເດັກທຸກຄົນໄດ້ມີໂອກາດຮຽນຮູ້ຢ່າງເທົ່າເຖິງແລະສ້າງອະນາຄົດທີ່ດີໃຫ້ກັບຕົນເອງ.

ທີ່ມາ: ໜັງສືພິມສະຫວັນພັດທະນາ