ຈີນເຕືອນອາເມລິກາ ພົບມາດຕະການຕອບກັບ ຖ້າບໍ່ຖອຍເກັບພາສີເພີ່ມ 100%
ຈີນເຕືອນອາເມລິກາ ພ້ອມອອກມາດຕະການຕອບກັບ ຖ້າປະທານາທິບໍດີ ໂດນັລ ທຣໍາ ບໍ່ຍອມຍົກເລີກນະໂຍບາຍທີ່ຈະເກັບພາສີນໍາເຂົ້າສິນຄ້າຈາກຈີນເພີ່ມອີກ 100%.
ການເຄື່ອນໄຫວດັ່ງກ່າວມີຂຶ້ນ ເມື່ອບໍ່ດົນມານີ້ ທ່ານ ທຣໍາ ໄດ້ໂພສຂໍ້ຄວາມລົງໃນໂຊຊຽວມີເດຍ ຂູ່ຈະເກັບພາສີນໍາເຂົ້າສິນຄ້າຈາກຈີນເພີ່ມອີກ 100%. ພ້ອມລະບຸວ່າ: ມາດຕະການໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກ ຫລື ໄວກວ່ານັ້ນ ເນື່ອງຈາກບໍ່ພໍໃຈລັດຖະບານຈີນປະກາດເຂັ້ມງວດກົດການສົ່ງອອກແຮ່ແຣເອິດ (Rare Earths) ໃນອາທິດຜ່ານມາ.
ວັນທີ 12 ຕຸລາ, ໂຄສົກກະຊວງການຄ້າຈີນອອກມາຕອບໂຕ້ວ່າ: “ການຫັນມາໃຊ້ວິທີຂົ່ມຂູ່ເກັບພາສີໃນອັດຕາສູງ ບໍ່ແມ່ນຫົນທາງທີ່ຖືກຕ້ອງໃນການສ້າງປະຕິສໍາພັນກັບຈີນ” ແລະ “ຖ້າອາເມລິກາຍັງຢືນຢັນຈະດໍາເນີນແຕ່ພຽງຝ່າຍດຽວ ຈີນຈະໃຊ້ມາດຕະການຕອບໂຕ້ຢ່າງເດັດຂາດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງ”.
ຄວາມເຄັ່ງຕຶງທາງການຄ້າລະຫວ່າງສອງປະເທດມະຫາອໍານາດທີ່ເກີດຂຶ້ນຮອບໃໝ່ ໄດ້ກົດດັນໃຫ້ຕະຫລາດຫຸ້ນປິດຫລຸດລົງ ອີກທັງຍັງສ້າງຄວາມກັງວົນໃຫ້ນັກລົງທຶນ ແລະ ຂະແໜງອຸດສາຫະກໍາຕ່າງໆວ່າ: ບັນຍາກາດການຕອບໂຕ້ທາງພາສີແບບ “ຕາຕໍ່ຕາ” ອາດຫວນກັບມາອີກ.
ຂະນະດຽວກັນ, ການເຄື່ອນໄຫວທີ່ເກີດຂຶ້ນຍັງເພີ່ມຄວາມບໍ່ແນ່ນອນໃຫ້ການເຈລະຈາການຄ້າທີ່ກໍາລັງດໍາເນີນຢູ່ລະຫວ່າງ 2 ປະເທດ ເຊິ່ງກ່ອນໜ້ານີ້ຄາດວ່າທ່ານ ທຣໍາ ແລະ ປະທານປະເທດ ສີຈິ້ນຜິງ ຈະຮ່ວມປະຊຸມກັນແບບຕົວຕໍ່ຕົວຢູ່ ສ.ເກົາຫລີ ໃນມໍ່ໆນີ້, ແຕ່ທ່າທີຂອງທ່ານ ທຣໍາ ອອກມາໃນຕອນນີ້ເຮັດໃຫ້ຄາດເດົາໄດ້ຍາກວ່າກອງປະຊຸມດັ່ງກ່າວຈະເກີດຂຶ້ນແທ້ ຫລື ບໍ່ ຫລັງຈາກທ່ານສະແດງຄວາມບໍ່ພໍໃຈຕໍ່ກໍລະນີທີ່ຈີນເຂັ້ມງວດການສົ່ງອອກແຮ່ແຣເອິດ.
ທັງນີ້, ຈີນເປັນປະເທດທີ່ມີການຜະລິດແຮ່ແຣເອິດຫລາຍທີ່ສຸດ ເຊິ່ງເປັນສ່ວນປະກອບສໍາຄັນສໍາລັບການຜະລິດລົດ, ສະມາດໂຟນ ແລະ ສິນຄ້າອື່ນໆອີກຈໍານວນຫລາຍ ໂດຍມາດຕະການຄວບຄຸມການສົ່ງອອກແຮ່ແຣເອິດຊຸດໃໝ່ນີ້ເນັ້ນໃສ່ເຕັກໂນໂລຊີການຜະລິດ ແລະ ການນໍາໄປໃຊ້ໃນຕ່າງປະເທດ ເຊິ່ງລວມທັງການນໍາໃຊ້ສໍາລັບກິດຈະການທະຫານ ແລະ ເຊມິຄອນດັກເຕີ.
ອ້າງອີງ:
