ແຂວງອຸດົມໄຊ ຈູດທຳລາຍຢາບ້າ 45,313 ເມັດ ແລະ ຢາເສບຕິດປະເພດອື່ນໆ

ວັນທີ 12 ຕຸລາ 2025 ແຂວງອຸດົມໄຊ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ຢູ່ເຂດພື້ນທີ່ສະໜາມກິລາແຂວງ. ພັອ ບຸນເພັງ ສັນທະລາພອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຢາເສບຕິດທີ່ມາຈູດທຳລາຍຄັ້ງນີ້ມີ ເຮໂລອິນ 7.8 ກຣາມ, ຢາບ້າ 45,313 ເມັດ, ຢາບ້າເປັນປະເພດ ແປ້ງຝຸ່ນສີແດງ ນໍ້າຫນັກ 11 ກິໂລກຣາມ, ຢາໄອສ 1 ກິໂລກຣາມ, ຢາຝິ່ນ 17.11 ກິໂລກຣາມ, ກັນຊາອັດແຫ້ງ 3.8 ກຣາມ ແລະ ນ້ຳຢາດີໄອ ຍີ່ຫໍ້ (ດາທິສຊົນ) ຈຳນວນ 278 ກ້ອງ ທີ່ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນຢ່າງເດັດຂາດແລ້ວ ເຊິ່ງລວມມີຜູ້ຖືກຫາ 180 ລາຍ.

ການຈູດທຳລາຍຢາເສບຕິດຄັ້ງນີ້, ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ ( 12 ຕຸລາ 2001-12 ຕຸລາ 2025 ) ມີ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ພັອ ດວງຈັນ ໄຊວຸດ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກຊ-ປກສ ແຂວງ, ເມືອງພ້ອມດ້ວຍຜູ້ຊົງຄຸນວຸດທິ,ອາວຸໂສບໍານານ, ພ້ອມດ້ວຍຕາງໜ້າຂະແໜງການຕ່າງໆອ້ອມຂ້າງແຂວງ ແລະ ຫົວໜ່ວຍປະກອບການທຸລະກິດປະຈໍາແຂວງ ເຂົ້າຮ່ວມ.

ທີ່ມາ: ຂ່າວ ປກສ ແຂວງອຸດົມໄຊ