8 ເດືອນ ປີ 2025 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ 3 ລ້ານກວ່າເທື່ອຄົນ

ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃນພິທີເປີດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຄັ້ງທີ 33 ໃນວັນທີ 13 ຕຸລາ 2025 ນີ້ວ່າ: ໄລຍະແຕ່ ເດືອນມັງກອນ ຫາ ເດືອນສິງຫາ 2025 ມີນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ ເຮັດໃຫ້ສະພາບການທ່ອງທ່ຽວ ມີຄວາມຄຶກຄື້ນ ໂດຍສະເພາະຢູ່ ຕາມແຫລ່ງທ່ອງທ່ຽວ ທີ່ໂດດເດັ່ນຂອງ ສປປ ລາວ ເປັນຕົ້ນ: ນະຄອນຫລວງວຽງຈັນ, ວັງວຽງ, ເມືອງເຟືອງ, ຫລວງພະບາງ, ຈຳປາສັກ ແລະ ສະຖານທີ່ອື່ນໆ.

ໃນປີ 2024 ຜ່ານມາ, ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 4,120,832 ເທື່ອຄົນ, ເພີ່ມ 21% ທຽບໃສ່ປີ 2023, ມີອັດຕາການພັກເຊົາສະເລ່ຍ 6.25 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 74.53 ໂດລາສະຫະລັດ/ຄົນ/ມື້, ສ້າງລາຍຮັບໄດ້ 1.4 ຕື້ກວ່າໂດລາສະຫະລັດ, ນັກທ່ອງທ່ຽວພາຍໃນ (ລາວທ່ຽວລາວ) ຈໍານວນ 3,904,483 ເທື່ອຄົນ ເພີ່ມ 103% ທຽບໃສ່ປີ 2023 ສ້າງລາຍຮັບໄດ້ 632 ລ້ານກວ່າໂດລາສະຫະລັດ.

ນັກທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ ເປັນອັນດັບທີ 1 ໃນປີ 2024 ແມ່ນນັກທ່ອງທ່ຽວຈາກປະເທດໄທ ຈໍານວນ 1,215,553 ເທື່ອຄົນ, ເນື່ອງຈາກມີຊາຍແດນຕິດຈອດກັນ ມີຄວາມສະດວກສະບາຍໃນການເຂົ້າ-ອອກ, ພາສາ ແລະ ວັດທະນະທໍາຄ້າຍຄຽງກັນ, ຮອງລົງມາແມ່ນນັກທ່ອງທ່ຽວ ຈາກ ສສ ຫວຽດນາມ 1,054,204 ເທື່ອຄົນ ແລະ ອັນດັບທີ 3 ແມ່ນ ສປ ຈີນ 1,048,034 ເທື່ອຄົນ.

ທີ່ມາ: ຂ່າວສານປະເທດລາວ