ເຈົ້າໜ້າທີ່ ຈັບຕົວ ດີເຈ ຊື່ດັງໃນຫວຽດນາມ ຂໍ້ຫາຂາຍສິນຄ້າປອມ ແລະ ມີສ່ວນປະກອບ ທີ່ອັນຕະລາຍຮ້າຍແຮງຕໍ່ສຸຂະພາບ

ເພຈຂ່າວຫວຽດນາມ Công an TP.HCM ລາຍງານວັນທີ 13 ຕຸລາ 2025 ວ່າ: ຫ້ອງສືບສວນຄະດີຕຳຫລວດນະຄອນໂຮ່ຈີມິນ ໄດ້ດຳເນີນຄະດີ ແລະ ຈັບຂັງຊົ່ວຄາວ ນາງ ວໍ ທິ ງອກ ງານ (Võ Thị Ngọc Ngân) ຫລື ທີ່ຮູ້ຈັກກັນໃນຊື່ “ດີເຈ ເງິນ 98” ດີເຈຊື່ດັງໃນຫວຽດນາມ ໃນຂໍ້ຫາ ຜະລິດ ແລະ ຈຳໜ່າຍສິນຄ້າປອມ ທີ່ເປັນຜະລິດຕະພັນອາຫານເສີມສຳລັບສຸຂະພາບ.

ໃນຂະບວນການສືບສວນ, ເຈົ້າໜ້າທີ່ ໄດ້ເຂົ້າກວດກາ ແລະ ຍຶດສິນຄ້າປອມ ຂອງກາງຈຳນວນຫລວງຫລາຍທີ່ເກັບໄວ້ໃນສ່າງສິນຄ້າ. ສິນຄ້າດັ່ງກ່າວເປັນຜະລິດຕະພັນອາຫານສຳເລັດຮູບທີ່ມີຫລາຍແບບ ແລະ ຫລາຍປະເພດ ທີ່ ນາງ ເງິນ ໄດ້ນຳມາຂາຍຜ່ານຊ່ອງທາງອອນລາຍ ສິນຄ້າເປັນຮູບແບບຊອງ ແລະ ຕິດສະຕິກເກີເຄື່ອງໝາຍເຊັ່ນ: X3 – X7 – X1000 ແລ້ວໂຄສະນາຊວນເຊື່ອຜ່ານຊ່ອງອອນລາຍ ວ່າເປັນ “ຜະລິດຕະພັນຊ່ວຍເພີ່ມປະສິດທິພາບໃນການລົດນ້ຳໜັກ” ໂດຍອ້າງວ່າສາມາດຊ່ວຍໃຫ້ຜູ້ໃຊ້ລົດນ້ຳໜັກໄດ້ 4-15 ກິໂລກຣາມ. ຜະລິດຕະພັນນີ້ຖືກຂາຍໃນລາຄາສູງ ເຊິ່ງລາຍຮັບຈາກການຂາຍ ແມ່ນ ຫລາຍຮ້ອຍຕື້ດົ່ງ ໃນໄລຍະສອງປີຜ່ານມາ.

ສິນຄ້າຫລັກທີ່ ເຈົ້າໜ້າທີ່ ສືບສວນພົບເຫັນວ່າຜິດກົດໝາຍຄື: “ເມັດຜັກ Collagen” ເຊິ່ງສິນຄ້າດັ່ງກ່າວແມ່ນ ບໍ່ມີເອກະສານການ ຮັບປະກັນຄຸນນະພາບ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ຈຳໜ່າຍ.

ຕາມຜົນການກວດກາຂອງໜ່ວຍງານທີ່ກ່ຽວຂ້ອງ, ຜະລິດຕະພັນທີ່ຈຳໜ່າຍພາຍໃຕ້ການຄຸ້ມຄອງຂອງນາງ ເງິນ ບໍ່ຜ່ານມາດຕະຖານຄຸນນະພາບ ແລະ ຖືກຈັດວ່າເປັນ ສິນຄ້າປອມ ແລະ ກວດດພົບພົບວ່າມີ ສານທີ່ກະຊວງສາທາລະນະສຸກຫ້າມໃຊ້ ເຊິ່ງເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພກ ( ສາມາດເຮັດໃຫ້ເກີດຄວາມຜິດປົກກະຕິຂອງຫົວໃຈ, ຄວາມດັນເລືອດສູງ ແລະ ຄວາມສ່ຽງເປັນມະເຮັງ ).
ປັດຈຸບັນ, ຄະດີດັ່ງກ່າວແມ່ນຢູ່ໃນຂະບວນການສືບສວນສອບສວນຂະຫຍາຍຜົນເພື່ອດຳເນີນການຕາມກົດໝາຍຢ່າງເຂັ້ມງວດ ຂອງຫວຽດນາມ.