ແຂວງບໍ່ແກ້ວ ທໍາລາຍຢາບ້າ ຈໍານວນ 68 ລ້ານກວ່າເມັດ ແລະ ຢາເສບຕິດປະເພດອື່ນອີກຫລາຍລາຍການ

ວັນທີ 10 ຕຸລາ 2025 ແຂວງບໍ່ແກ້ວ ໄດ້ຈັດພິທີ ທໍາລາຍຢາເສບຕິດ ທີ່ເຈົ້າໜ້າທີ່ຍຶດໄດ້ ແລະ ຜ່ານການຕັດສິນຂອງ ສານປະຊາຊົນ ຢ່າງເດັດຂາດ ຫຼາຍກວ່າ 11 ໂຕນ, ໂດຍການເຂົ້າຮ່ວມຂອງ ພົຈວ ແປ້ນຄຳ ບຸດຈັນແພງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາ, ການນໍາຂອງແຂວງ – ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ສຸກພະຈັນ ສີລາເພັດ ຮອງເຈົ້າແຂວງບໍ່ແກ້ວ ໄດ້ລາຍງານວ່າ: ປີ 2025 ແຂວງບໍ່ແກ້ວ ໄດ້ຈັດພິທີຈູດທໍາລາຍຢາເສບຕິດທີ່ເຈົ້າໜ້າທີ່ຍຶດມາໄດ້ລວມມີ:
– ຢາບ້າ ຈຳນວນ 68,251,055 ເມັດ, 3 ກ້ອນ, 14 ຫລອດ ມີນໍ້າໜັກ 7,325 ກິໂລກຣາມ, 601,8 ກຣາມ, ຢາບ້າມຸ່ນ 26 ຖົງນ້ອຍ ນ້ຳໜັກ 479,4 ກຣາມ
– ຢາໄອສ 2,196 ຫໍ່ ແລະ 2 ຖົງໃຫຍ່, 2 ຖົງກາງ, 39 ຖົງນ້ອຍ, 1 ກ້ອນ ແລະ 1 ຫລອດ ນ້ຳໜັກ 2,202 ກິໂລກຣາມ ແລະ 28,1 ກຣາມ
– ຄາເຟອິນ 2 ຖົງໃຫຍ່ ແລະ 6 ເມັດ ນ້ຳໜັກ 2 ກິໂລກຣາມ ແລະ 0,5 ກຣາມ
– ເຄຕາມິນ ຈຳນວນ 91 ຫໍ່, 3 ຖົງກາງ, 164 ຖົງນ້ອຍ ແລະ 1 ຫລອດ ນ້ຳໜັກ 91 ກິໂລກຣາມ ແລະ 314,8 ກຣາມ
– ເຮໂລອິນ 3 ຫໍ່ນ້ອຍ, 5 ຖົງນ້ອຍ ແລະ 2 ຫລອດ ນໍ້າໜັກ 19 ກຣາມ

– ຄໍລາເຈນ 89 ຊອງ, ນ້ຳໜັກ 4 ກິໂລກຣາມ ແລະ 86,3 ກຣາມ
– ແປ້ງຝຸ່ນສີຂາວ ຈຳນວນ 60 ເປົາ, 2 ຖົງໃຫຍ່, 1 ຖົງນ້ອຍ ແລະ 2 ຫລອດ ນໍ້າໜັກ 1,512 ກິໂລກຣາມ ກັບ 0,5 ກຣາມ
– ແປ້ງຝຸ່ນສີແດງ 1 ຖັງ, ນ້ຳໜັກ 14 ກິໂລກຣາມ, ຝິ່ນ 2 ຫໍ່ ແລະ 4 ກ້ອນນ້ອຍ ນ້ຳໜັກ 724,8 ກຣາມ
– ຢາສູບໄຟຟ້າ ຈຳນວນ 2,794 ອັນ
– ຢາດີໄອນ້ຳ (ສ່ວນປະສົມນ້ຳກະທ້ອມ) ຈຳນວນ 468 ຂວດ
– ໃບກະທ້ອມ 30 ກິໂລກຣາມ.

ສໍາລັບປີນີ້ແຂວງບໍ່ແກ້ວທໍາລາຍຢາເສບຕິດ ທັງໝົດ ມີນໍາໜັກ 11 ໂຕນ 125 ກຣາມ ກັບ 225,2 ກຣາມ. ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ 2025 ຄົບຮອບ 24 ປີ.
ທີ່ມາ: ໜັງສືພິມແຂວງບໍ່ແກ້ວ
