ສ.ເກົາຫລີ ຍົກລະດັບຄຳເຕືອນການເດີນທາງໄປກຳປູເຈຍ ຫລັງຈາກເກີດຄະດີຫລອກລວງໄປເຮັດວຽກ-ທໍາຮ້າຍຮ່າງກາຍ
ສໍານັກຂ່າວ Reuters ລາຍງານ ວັນທີ 10 ຕຸລາ 2025 ລັດຖະບານ ສ. ເກົາຫລີ ໄດ້ຍົກລະດັບຄໍາເຕືອນ (travel advisory) ເປັນ “ຄຳເຕືອນການເດີນທາງພິເສດ” ໂດຍແນະນຳໃຫ້ພົນລະເມືອງ ຫລີກລ່ຽງການເດີນທາງທີ່ບໍ່ຈຳເປັນໃນການເດີນທາງໄປນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ຫລັງຈາກມີລາຍງານອາດຊະຍາກຳ ແລະ ການສໍ້ໂກງທາງອິນເຕີເນັດເພີ່ມຂຶ້ນ.
ການຕັດສິນໃຈດັ່ງກ່າວມີຂຶ້ນພາຍຫລັງການເສຍຊີວິດຂອງນັກສຶກສາ ສ ເກົາຫລີໃນກໍາປູເຈຍ ທີ່ຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການຫລອກລວງຈ້າງງານທາງອອນລາຍ, ພ້ອມດຽວກັນລັດຖະບານ ໄດ້ຮຽກຕົວ ເອກອັກຄະລັດຖະທູດກໍາປູເຈຍ ເພື່ອສະແດງຄວາມເປັນຫ່ວງ ແລະ ຮຽກຮ້ອງໃຫ້ມີການປາບປາມຢ່າງຮີບດ່ວນຕໍ່ເຄືອຂ່າຍ ທີ່ກ່ຽວຂ້ອງກັບການສໍ້ໂກງແຮງງານຕ່າງປະເທດ.
ກະຊວງການຕ່າງປະເທດ ສ.ເກົາຫລີ ກ່າວວ່າການຍົກລະດັບຄຳເຕືອນດັ່ງກ່າວ ມີຜົນສັກສິດນັບແຕ່ເວລາ 9:00 ໂມງເປັນຕົ້ນໄປຂອງວັນທີ 10 ຕຸລາ (ຕາມເວລາທ້ອງຖິ່ນຂອງສ.ເກົາຫລີ) ເນັ້ນໃຫ້ຊາວ ສ.ເກົາຫລີ ທີ່ຢູ່ກຳປູເຈຍເພີ່ມຄວາມລະມັດລະວັງ ແລະໃຫ້ຕິດຕໍ່ກັບສະຖານທູດໃນທັນທີຖ້າມີສະຖາ ນະການບໍ່ປອດໄພເກີດຂຶ້ນ.
