ປຶກສາຫາລື ແລະ ຕິດຕາມກວດກາເຂດຖືກນໍ້າຖ້ວມ ຢູ່ລຸ່ມເຂື່ອນນໍ້າງຽບ1 ແລະ ນໍ້າເທີນ-ກະດິງ ພ້ອມຮັບຟັງຄໍາເຫັນຈາກປະຊາຊົນ

ວັນທີ 9 ຕຸລາ 2025 ຜ່ານມານີ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ຮ່ວມກັບ ກົມຊັບພະຍາກອນນໍ້າ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ປຶກສາຫາລື ຕິດຕາມກວດກາສະພາບນໍ້າຖ້ວມ ໃນເຂດຕອນລຸ່ມຂອງອ່າງຮັບນໍ້າງຽບ1 ແລະ ນໍ້າເທີນ-ນໍ້າກະດິງ ໂດຍການເປັນປະທານຂອງ ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນໍ້າ ມີກົມກວດກາ ຊສ, ກົມຊົນລະປະທານ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກົມພະລັງງານ ກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງບໍລິຄັນ ແລະ ເມືອງປາກກະດິງ ພ້ອມທັງ ຜູ້ຕາງໜ້າບໍລິສັດເຂື່ອນໄຟຟ້າ ນໍ້າງຽບ1 ແລະ ນໍ້າເທີນ1 ພ້ອມທັງ ໄດ້ລົງພາກສະໜາມ ບ້ານຊົມຊື່ນ ເມືອງບໍລິຄັນ ແລະ ບ້ານໂພນຈະເລີນ ເມືອງປາກກະດິງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.
ການປຶກສາຫາລືໄດ້ມີການຮ່ວມມືຈາກພາກລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ບໍລິສັດເຂື່ອນໄຟຟ້ານໍ້າງຽບ1 ແລະ ນໍ້າເທີນ1. ເພື່ອຮັບຟັງຄໍາເຫັນຈາກພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງຜູ້ພັດທະນາໂຄງການ, ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ໃນການຕິດຕາມກວດກາ ແລະ ປະເມີນສະພາບນໍ້າຖ້ວມ ແລະ ເປັນຂໍ້ມູນປະກອບໃນການບໍລິຫານຈັດການນໍ້າໃນອ່າງເກັບນໍ້າ ຂອງເຂື່ອນໃຫ້ມີປະສິດທິຜົນ ແລະ ຫລຸດຜ່ອນນໍ້າຖ້ວມໃນຕໍ່ໜ້າ.
ພາຍຫລັງປຶກສາຫາລືແລ້ວ ຄະນະໄດ້ລົງຢ້ຽມຢາມພາກສະໜາມເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ເພື່ອເກັບຂໍ້ມູນຕົວຈິງ ແລະ ຮັບຟັງຄໍາເຫັນຈາກປະຊາຊົນ ເຫັນວ່າ ເຂດພື້ນທີ່ນໍ້າຖ້ວມ ໄດ້ສູນເສຍຜົນຜະລິດ, ເຄື່ອງໃຊ້ໃນເຮືອນ ເນື່ອງຈາກນໍ້າຖ້ວມເກີດຂຶ້ນຢ່າງກະທັນຫັນ, ຊື່ງຜົນທີ່ໄດ້ຈາກການລົງພາກສະໜາມຄັ້ງນີ້ ແມ່ນຈະໄດ້ນໍາໄປໃຊ້ເປັນຂໍ້ມູນພື້ນຖານໃນສ້າງກົນໄກປ້ອງກັນ ແລະ ຈັດການຄວາມສ່ຽງນໍ້າຖ້ວມໃນອະນາຄົດ.
