ຂໍຝາກຄວາມຫວັງ ແລະ ອະນາຄົດລູກຫລານ ໄວ້ນໍາແມ່ພິມຂອງຊາດ
ໂດຍ: ທິດກໍ່າ
ເຖິງວ່າວັນຄູແຫ່ງຊາດ 7 ຕຸລາ 2025 ໄດ້ຜ່ານພົ້ນໄປບໍ່ພໍເທົ່າໃດວັນແລ້ວກໍຕາມ, ແຕ່ພາລະກິດຂອງຄູນັ້ນຍັງສືບຕໍ່ສ້າງເດັກເຍົາວະຊົນລາວຮຸ້ນຕໍ່ໆໄປໃຫ້ກາຍເປັນຊັບພະຍາກອນອັນປະເສີດຂອງຊາດ. ນີ້ຄືພາລະບົດບາດ ແລະ ໜ້າທີ່ອັນຍິ່ງໃຫຍ່ຂອງຄູ-ອາຈານລາວເຮົາທີ່ມີຕໍ່ຊາດ ແລະ ປະຊາຊົນ. ສະເພາະວັນທີ 7 ຕຸລາ 2025 ປີນີ້ຖືວ່າມີຄວາມສໍາຄັນເປັນພິເສດ ທັງເປັນສິລິມຸງຄຸນອັນຍິ່ງໃຫຍ່ ເພາະວ່າມັນກົງກັບມື້ເພັງ 15 ຄໍ່າເດືອນ 11 ລາວ ອັນເປັນບຸນອອກພັນສາຕາມຮີດ 12 ຄອງ 14 ປະເພນີລາວເຮົາມາແຕ່ເປີງພຸດທະການ. ສະນັ້ນ ນອກຈາກມີກິດຈະກໍາສະເຫລີມສະຫລອງວັນຄູນີ້ແລ້ວ, ຄູ-ອາຈານເຮົາຍັງມີໂອກາດໄປທໍາບຸນຕັກບາດຢາດນໍ້າຢູ່ຕາມວັດວາອາຮາມຕ່າງໆທີ່ຢູ່ໃນບ້ານ ຫລື ບ່ອນໃກ້ຄຽງ ເພື່ອເປັນສິລິມຸງຄຸນແກ່ຊີວິດ ແລະ ຍັງຮັກສາຮີດຄອງປະເພນີອັນດີງາມຂອງຊາດໃຫ້ຢູ່ຄຽງຄູ່ກັບຊາດລາວຄົນລາວຕະຫລອດໄປ.
ແນວໃດກໍຕາມ, ສິ່ງທີ່ພວກເຮົາຄວນຈົດຈໍາລໍາລຶກເຖິງບຸນຄຸນຂອງຄູອາຈານຢ່າງບໍ່ມີວັນລືມນັ້ນຕ້ອງເຂົ້າໃຈວ່າພາລະກິດຂອງຄູສຸດທີ່ໜັກໜ່ວງ ເພາະຄູຄືຜູ້ໃຫ້, ຄູຄືຜູ້ສ້າງຄົນໃຫ້ເປັນຄົນ, ຄູຄືແມ່ພິມຂອງຊາດ, ຄູຄືວິສະວະກອນແຫ່ງດວງວິນຍານ, ເປັນຜູ້ອຸທິດເຫື່ອແຮງສະຕິປັນຍາສິດສອນລູກຫລານລາວໃຫ້ເປັນຄົນດີ ມີຄວາມຮູ້ສະຫລາດຫລັກແຫລມ ກາຍເປັນຊັບພະຍາກອນ ແລະ ທຶນຮອນອັນປະເສີດຂອງຊາດ.
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ຕະຫລອດຫລາຍສິບປີຜ່ານມາ, ພັກ ແລະ ລັດຖະບານໄດ້ຖືເອົາການສຶກສາໄປກ່ອນບາດກ້າວໜຶ່ງ ຍ້ອນວ່າມີແຕ່ສ້າງຄົນທີ່ມີຄວາມຮູ້ຄວາມສາມາດເທົ່ານັ້ນຈຶ່ງສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າໄປໄດ້. ໃນຫລາຍສິບປີຜ່ານມາ ໄປຄຽງຄູ່ກັບການສ້າງສາພັດທະນາໃນດ້ານຕ່າງໆ ພັກ ແລະ ລັດຖະບານ ກໍຄືກະຊວງສຶກສາໄດ້ກໍານົດເອົາ 5 ຫລັກມູນການສຶກສາ ເພື່ອເປັນຈຸດໝາຍປາຍທາງໃນການສ້າງຄົນຄື: ປັນຍາສຶກສາ, ພາລະສຶກສາ, ສິລະປະສຶກສາ, ຄຸນສົມບັດສຶກສາ ແລະ ແຮງງານສຶກສາ ໂດຍສຸມໃສ່ປະຕິບັດຕາມລະບົບ 5+4+3 ໃນສາຍສາມັນ. ໝາຍວ່າຂັ້ນປະຖົມສຶກສາ ນັບແຕ່ ປ.1 ຫາ ປ.5, ຂັ້ນມັດທະຍົມຕົ້ນແຕ່ ມ.1 ຫາ ມ.4 ແລະ ຂັ້ນມັດທະຍົມປາຍແຕ່ ມ.5 ຫາ ມ.7 ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນໃນລະບົບນີ້ກໍເຫັນວ່າການສຶກສາຢູ່ປະເທດເຮົາມີການພັດທະນາກ້າວຂຶ້ນ. ສະແດງອອກມີຄູ-ອາຈານສອນດີສອນເກັ່ງ, ມີນັກຮຽນດີນັກຮຽນເກັ່ງເພີ່ມຂຶ້ນຈໍານວນຫລວງຫລາຍ ທັງສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນໄດ້ດີ. ແຕ່ລະປີໄດ້ສ້າງນັກຮຽນເກັ່ງລະດັບທ້ອງຖິ່ນຂັ້ນເມືອງ, ຂັ້ນແຂວງຂຶ້ນຮອດລະດັບປະເທດໄດ້ຫລາຍຮ້ອຍຫລາຍພັນຄົນ. ນອກນັ້ນ ແຕ່ລະໄລຍະກໍມີນັກຮຽນ-ນັກສຶກສາລາວໄດ້ເດີນທາງໄປຮ່ວມແຂ່ງຂັນປັນຍາປະດິດໃນພາກພື້ນ ແລະ ສາກົນ ສາມາດຍາດໄດ້ລາງວັນຊະນະເລີດ ແລະ ລາງວັນອື່ນໆໃນຫລາຍສາຂາວິຊາຢ່າງຫລວງຫລາຍ.
ເຖິງຢ່າງໃດກໍດີ, ໃນສະເພາະໜ້ານີ້ຈະມີການປັບປ່ຽນໃນສາຍສາມັນສຶກສາຈາກລະບົບ 5+4+3 ມາເປັນ 6+3+3 ໝາຍວ່າຂັ້ນປະຖົມສຶກສາມີ 6 ປີແຕ່ ປ.1 ຫາ ປ.6, ຂັ້ນມັດທະຍົມຕົ້ນມີ 3 ປີແຕ່ ມ.1 ຫາ ມ.3, ຂັ້ນມັດທະຍົມປາຍມີ 3 ປີແຕ່ ມ.4 ຫາ ມ.6 ເຖິງຈະມີການປັບປ່ຽນໄປຕາມຂະບວນວິວັດແນວໃດກໍຕາມ ພາລະກິດຂອງຄູ-ອາຈານ ກໍຄືຜູ້ພິທັກຄວາມສໍາເລັດໃນໜ້າທີ່ການງານທີ່ຕ້ອງບຸກທະລຸໃຫ້ມີຜົນສໍາເລັດ ຈຶ່ງຂໍຝາກພາລະກິດອັນຍິ່ງໃຫຍ່ນີ້ແກ່ແມ່ພິມຂອງຊາດ ເພື່ອຄວາມຈະເລີນຮຸ່ງເຮືອງກ້າວໜ້າໄປໄກຂອງຊາດບ້ານເມືອງ.
