ຄະນະຜູ້ແທນຂັ້ນສູງຂອງພັກ ຈາກ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ໂດຍໄດ້ຮັບການມອບໝາຍຈາກ ສະຫາຍ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ທີ່ ນະຄອນຫຼວງພຽງຢາງ ສປປ ເກົາຫຼີ, ແຕ່ວັນທີ 9-11 ຕຸລາ 2025 ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກການນຳ ພັກ, ລັດຖະບານ ແລະ ປະຊາ ຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອ້າຍນ້ອງ.

ໃນໄລຍະການເຄື່ອນໄຫວຢູ່ ສປປ ເກົາຫຼີ ຄັ້ງນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ແລະ ຊົມການສະແດງສິລະປະກາຍະກຳ ທີ່ ສະໜາມກິລາ 1 ພຶດສະພາ ໃນຕອນແລງຂອງວັນທີ 9 ຕຸລາ 2025 ແລະ ເຂົ້າຮ່ວມພິທີສວນສະໜາມຢ່າງຍິ່ງໃຫຍ່ເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນຕອນແລງຂອງວັນທີ 10 ຕຸລາ 2025. ພ້ອມດຽວກັນນີ້, ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ທາງປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດຈຳນວນໜຶ່ງ ເປັນຕົ້ນແມ່ນຢ້ຽມຊົມ ບ້ານມັນກຽງແດ (ບ້ານເກີດຂອງ ປະທານ ກິມອິນຊຸງ), ຫໍວາງສະແດງຜະລິດຕະພັນອຸດສາຫະກໍາເບົາ ແລະ ຫໍພິພິທະພັນປະຫວັດສາດໄຊຊະນະສົງຄາມປົດປ່ອຍປິຕຸພູມ.

ການເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວຂອງຄະນະຜູ້ແທນພັກ ປປ ລາວ ໃນຄັ້ງນີ້ ແມ່ນເປັນການສະແດງເຖິງການສະໜັບສະໜູນເຊິ່ງກັນ ແລະ ກັນ, ໃຫ້ກຳລັງໃຈກັນ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ.