ນະໂຍບາຍອຸດໜູນຕຳແໜ່ງ ຕໍ່ ປະທານ ແລະ ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ແລະ ຄະນະກຳມະການປົກຄອງຕາແສງ
ວັນທີ 10/10/25 ນາຍົກລັດຖະມົນຕີ ອອກດໍາລັດ ເລກທີ 627/ນຍ ວ່າດ້ວຍການປະຕິບັດນະໂຍບາຍອຸດໜູນຕຳແໜ່ງ ຕໍ່ ປະທານ ແລະ ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ແລະ ຄະນະກຳມະການປົກຄອງຕາແສງ
– ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021;
– ອີງຕາມ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 78/ສພຊ, ລົງວັນທີ 20 ມິນາ 2025;
– ອີງຕາມ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 79/ສພຊ, ລົງວັນທີ 20 ມີນາ 2025;
– ອີງຕາມ ໜັງສືສະເໜີ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 618/ຄຈສພ, ລົງວັນທີ 02 ຕຸລາ 2025.
ນາຍົກລັດຖະມົນຕີ ອອກດໍາລັດ:
ມາດຕາ 1 ເຫັນດີປະຕິບັດນະໂຍບາຍອຸດໜູນຕໍາແໜ່ງ ຕໍ່ ປະທານ ແລະ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ແລະ ຄະນະກຳມະການປົກຄອງຕາແສງ ດັ່ງນີ້:
1. ຕຳແໜ່ງບໍລິຫານ ຕໍ່ ປະທານ ແລະ ຮອງປະທານ ຂັ້ນແຂວງ
1. ຊັ້ນ 6 ຂັ້ນ 2 ແມ່ນ ເລຂາຄະນະບໍລິຫານງານພັກນະຄອນຫຼວງ, ແຂວງ ທັງເປັນ ປະທານສະພາປະຊາຊົນ ນະຄອນຫຼວງ, ແຂວງ;
2. ຊັ້ນ 6 ຂັ້ນ 1 ທີ່ຮັບນະໂຍບາຍອຸດໜູນຕຳແໜ່ງ ຊັ້ນ 6 ຂັ້ນ 2 ປະກອບມີ:
ຮອງເລຂາຄະນະບໍລິຫານງານພັກນະຄອນຫຼວງ, ແຂວງ ທັງເປັນປະທານ ຄະນະກຳມະການປົກຄອງ ນະຄອນຫຼວງ, ແຂວງ;
-ຮອງເລຂາຄະນະບໍລິຫານງານພັກນະຄອນຫຼວງ, ແຂວງ ຮັບຜິດຊອບຊີ້ນໍາວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ.
3. ຕຳແໜ່ງບໍລິຫານປະເພດ 1 ທີ່ຮັບນະໂຍບາຍອຸດໜູນຕຳແໜ່ງ ຊັ້ນ 6 ຂັ້ນ 1 ແມ່ນ ກຳມະການປະຈຳພັກ ນະຄອນຫຼວງ, ແຂວງ ທັງເປັນ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ;
4. ຕຳແໜ່ງບໍລິຫານປະເພດ 1 ແມ່ນ ອຸດໜູນຕຳແໜ່ງ ຂອງກຳມະການປະຈຳພັກນະຄອນຫຼວງ, ແຂວງ;
5. ຕຳແໜ່ງບໍລິຫານປະເພດ 2 ແມ່ນ ອຸດໜູນຕຳແໜ່ງ ຂອງກຳມະການໃນຄະນະບໍລິຫານງານພັກ ນະຄອນຫຼວງ, ແຂວງ;
6. ຕຳແໜ່ງບໍລິຫານປະເພດ 3 ແມ່ນ ຕຳແໜ່ງບໍລິຫານ ຂອງຫົວໜ້າພະແນກ-ທຽບເທົ່ານະຄອນຫຼວງ, ແຂວງ ທີ່ບໍ່ແມ່ນກຳມະການໃນຄະນະບໍລິຫານງານພັກນະຄອນຫຼວງ, ແຂວງ.
II. ຕຳແໜ່ງບໍລິຫານ ຕໍ່ ປະທານ ແລະ ຮອງປະທານ ຂັ້ນເມືອງ
1. ຕຳແໜ່ງບໍລິຫານປະເພດ 2 ທີ່ຮັບນະໂຍບາຍອຸດໜູນຕຳແໜ່ງບໍລິຫານປະເພດ 1 ແມ່ນ ເລຂາພັກເມືອງ, ນະຄອນ ທັງເປັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນນະຄອນຫຼວງ, ແຂວງ ປະຈຳເຂດເລືອກຕັ້ງ ຢູ່ ເມືອງ, ນະຄອນ;
2. ຕຳແໜ່ງບໍລິຫານປະເພດ 3 ທີ່ຮັບນະໂຍບາຍອຸດໜູນຕຳແໜ່ງບໍລິຫານປະເພດ 2 ແມ່ນ:
ຮອງເລຂາພັກເມືອງ, ນະຄອນ ທັງເປັນ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ;
ຮອງເລຂາພັກເມືອງ, ນະຄອນຮັບຜິດຊອບຊີ້ນໍາວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ຂອງເມືອງ, ນະຄອນ;
3. ຕຳແໜ່ງບໍລິຫານປະເພດ 3 ແມ່ນ ອຸດໜູນຕຳແໜ່ງ ຂອງກຳມະການປະຈຳພັກເມືອງ, ນະຄອນ;
4. ຕຳແໜ່ງບໍລິຫານປະເພດ 4 ແມ່ນ ຕຳແໜ່ງບໍລິຫານ ຂອງຫົວໜ້າຫ້ອງການ-ທຽບເທົ່າເມືອງ, ນະຄອນ.
III. ຕຳແໜ່ງບໍລິຫານ ຕໍ່ ປະທານ ແລະ ຮອງປະທານ ຂັ້ນຕາແສງ
1. ຕຳແໜ່ງບໍລິຫານປະເພດ 4 ແມ່ນ ຕຳແໜ່ງບໍລິຫານ ຂອງເລຂາຄະນະພັກ ທັງເປັນ ປະທານຄະນະ
ກຳມະການປົກຄອງຕາແສງ;
2. ຕຳແໜ່ງບໍລິຫານປະເພດ 5 ແມ່ນ ຕຳແໜ່ງບໍລິຫານ ຂອງຮອງເລຂາຄະນະພັກ ທັງເປັນ ຮອງປະທານຄະນະ ກຳມະການປົກຄອງຕາແສງ;
3. ຕຳແໜ່ງບໍລິຫານປະເພດ 6 ແມ່ນ ຕຳແໜ່ງບໍລິຫານ ຂອງຫົວໜ້າໜ່ວຍງານ ທີ່ຂຶ້ນກັບ ຄະນະພັກ ແລະ ຄະນະກຳມະການປົກຄອງຕາແສງ.
ມາດຕາ 2 ບັນດາການຈັດຕັ້ງພັກ, ກະຊວງ-ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງຮັບຮູ້ ແລະ ຈັດຕັ້ງ ປະຕິບັດດຳລັດສະບັບນີ້ໃຫ້ໄດ້ຮັບຜົນດີ,
ມາດຕາ 3 ດຳລັດສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ:

