ຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ທີ່ ປະເທດມາເລເຊຍ

ວັນທີ 6-9 ຕຸລາ 2025 ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວໄດ້ນໍາພາຄະນະຜູ້ແທນທາງການລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ຢູ່ເຊລັງກໍ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນໝາກຜົນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນໃນໄລຍະຜ່ານມາ ລວມທັງແລກປ່ຽນຄໍາຄິດເຫັນຕໍ່ທິດທາງແຜນຍຸດທະສາດໃໝ່ຫຼັງຈາກປີ 2025 ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ເປິກສາຫາລືບາງບັນຫາສຳຄັນຈໍານວນໜຶ່ງທີ່ເປັນວຽກຈຸດສຸມ ເປັນຕົ້ນ:ການສ້າງຄຸນຄ່າດ້ານມໍຣະດົກ ແລະ ວັດທະນະທໍາ; ການສົ່ງເສີມວຽກງານປັນຍາປະດິດ, ການຫັນເປັນດີຈີຕອນ ແລະ ວຽກງານສີຂຽວເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃຫ້ແກ່ອາຊຽນໃນອະນາຄົດ; ຂໍ້ລິເລີ່ມດ້ານສາທາລະນະສຸກເພື່ອຄວາມສົມບູນພູນສຸກຂອງອາຊຽນ; ການສົ່ງເສີມທ່າແຮງບົ່ມຊ້ອນຂອງຊາວໜຸ່ມ ແລະ ກິລາເພື່ອສົ່ງເສີມການຈະເລີນເຕີບໂຕ, ຄວາມສາມັກຄີປອງດອງ ແລະ ຄວາມເປັນເລີດ; ການສົ່ງເສີມມາດຕະການດ້ານສະພາບອາກາດເພື່ອການຄຸ້ມຄອງ, ການເປັນຄູ່ຮ່ວມ ແລະ ການເປັນເຈົ້າການ. ກອງປະຊຸມຍັງໄດ້ພ້ອມກັນຄົ້ນ ຄວ້າຕົກລົງຮັບຮອງເອົາເອກະສານສໍາຄັນຈຳນວນ 19 ສະບັບ. ໃນນັ້ນ, ປະກອບມີ 5 ສະບັບເພື່ອຮັບຮອງ ແລະ 14 ສະບັບເພື່ອຮັບຊາບໂດຍຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 47.

ກອງປະຊຸມຄັ້ງນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມເປັນເອກະພາບຕໍ່ແຜນບຸລິມະສິດການເປັນປະທານອາຊຽນ ຂອງມາເລເຊຍ 2025 ເຫັນວ່າມີຄວາມສອດຄ່ອງກັບຂໍ້ລິເລີ່ມ” ຄຸນຄ່າມາດານີຂອງມາເລເຊຍ” ຄວາມຍືນຍົງ, ກວມລວມ ແລະ ຄວາມໃສ່ໃຈ, ສະແດງການສະໜັບສະໜູນບັນດາເອກະສານທີ່ສຳຄັນຂອງອາຊຽນ ທີ່ກະກຽມນຳເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງເອົາ ແລະ ຮັບຊາບທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແນໃສ່ເພີ່ມທະວີເອກະລັກອາຊຽນ, ຄວາມເປັນເອກະພາບ ແລະ ຄວາມເຂັ້ມແຂງ. ບັນດາເອກະສານສຳຄັນເຫຼົ່ານັ້ນຈະຊ່ວຍສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືຂອງທົ່ວທຸກຂະແໜງການພາຍໃນເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນໃຫ້ເຂັ້ມແຂງຍິ່ງຂຶ້ນ, ສ້າງເງື່ອນໄຂໃຫ້ມີການໄປມາຫາສູ່ຂອງປະຊາຊົນຫຼາຍຂຶ້ນ, ປັບປຸງຄຸນນະພາບຊີວິດຂອງປະຊາຊົນອາຊຽນໃຫ້ຢູ່ດີກິນດີ ແລະ ມີຄວາມສະດວກສະບາຍ ສາມາດເຂົ້າເຖິງການບໍລິການສາທາລະນະຢ່າງທົ່ວເຖິງ ເປັນຕົ້ນ:ດ້ານການສຶກສາ, ສາທາລະນະສຸກ, ຂໍ້ມູນຂ່າວສານ. ຄຽງຄູ່ກັບການຮັບຮູ້ດ້ານວັດທະນະທໍາ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການເຄື່ອນຍ້າຍແຮງງານ ແລະອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ແລກປ່ຽນຄຳຄິດເຫັນໃນກອງປະຊຸມຕໍ່ທິດທາງແຜນຍຸດທະສາດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງຈາກປີ 2025 ໂດຍເນັ້ນໃສ່ບາງຈຸດສຳຄັນຄື: ອາຊຽນຄວນສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດຂອງແຕ່ຂະແໜງການຢ່າງກົມກຽວບໍ່ພຽງແຕ່ພາຍໃນເສົາຄໍ້າວັດທະນະທຳ-ສັງຄົມເທົ່ານັ້ນ, ແຕ່ລວມທັງເສົາຄ້ຳອື່ນໆ ເພື່ອຮັບປະກັນກົນໄກການປະສານງານທີ່ມີປະສິດທິພາບ ແນໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍທີ່ເປັນຍຸດທະສາດລະດັບພາກພື້ນ ກໍຄືການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງຈາກປີ 2025 ໃຫ້ເກີດຜົນປະໂຫຍດສູງສຸດ. ອາຊຽນ ຄວນສົ່ງເສີມບັນດາຂໍ້ລິເລີ່ມທີ່ຊຸກຍູ້ການເປີດປະຕູສູ່ຕະຫຼາດ ແລະ ໂອກາດແຫ່ງການຈ້າງງານໂດຍສະເພາະຊາວໜຸ່ມດ້ວຍການຍົກລະດັບຄວາມອາດສາມາດ, ທັກສະ ແລະ ທາງນະວັດຕະກຳເພື່ອສະໜັບສະໜູນການພັດທະນາແຮງງານໃນພາກພື້ນໃຫ້ມີຄຸນນະພາບຍິ່ງຂຶ້ນ ແລະ ອາຊຽນ ຄວນສືບຕໍ່ຢ່າງຕັ້ງໜ້າສົ່ງເສີມສິດທິພື້ນຖານ ແລະ ສະຫວັດດີການໃຫ້ແກ່ກຸ່ມຄົນດ້ອຍໂອກາດ ເປັນຕົ້ນ:ຄົນເສຍອົງຄະ, ຜູ້ອາຍຸສູງ, ແມ່ຍິງ ແລະ ເດັກນ້ອຍ ເພື່ອປົກປ້ອງການໃຊ້ຄວາມຮຸນແຮງ, ສົ່ງເສີມຄວາມສະເໝີພາບ, ມີຄວາມປອດໄພ, ກວມລວມ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວຢູ່ໃນປະຊາຄົມອາຊຽນ.