ກະຊວງອຸດສາຫະກໍາ ແລະ ການຄ້າ ຊີ້ແຈງກ່ຽວກັບເຂື່ອນໄຟຟ້ານໍ້າງຽບ 2B

ເພຈຂ່າວກະຊວງອຸດສາຫະກໍາ ແລະ ການຄ້າ ລາຍງານ ວັນທີ 11 ຕຸລາ 2025 ວ່າ: ໃນປີ 2025 ເປັນປີທີ່ ໃນພາກພື້ນອາຊຽນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸເຂດຮ້ອນ ຫລາຍຫົວ ເຊັ່ນ: ພາຍຸວິພາ, ຄາຈິກິ, ລາກາຊາ, ບົວລອຍ ແລະ ແມດໂມ ເກີດຂຶ້ນໃນລະຫວ່າງ ເດືອນ ກໍລະກົດ ຫາ ເດືອນ ຕຸລາ ປີ 2025 ພາຍຸດັ່ງກ່າວ ໄດ້ສ້າງຜົນກະທົບຕໍ່ພື້ນທີ່ຂອງບັນດາປະເທດຕ່າງໆເຊັ່ນ: ສປ ຈີນ, ສສ ຫວຽດນາມ, ໄທ ແລະ ສປປ ລາວ.
ສໍາລັບ ສປປ ລາວ ກໍ່ໄດ້ຮັບຜົນກະທົບຫລາຍດ້ານ ໂດຍສະເພາະການບໍລິຫານນໍ້າຂອງເຂື່ອນໄຟຟ້າ, ເຂື່ອນຊົນລະປະທານ, ພື້ນທີ່ກະສິກຳ, ຕາຂ່າຍໄຟຟ້າ ແລະ ພື້ນຖານໂຄງລ່າງຫລາຍແຫ່ງ ໜຶ່ງໃນບັນດາໂຄງການທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດແມ່ນ ໂຄງການໄຟຟ້ານໍ້າງຽບ 2B ທີ່ຕັ້ງຢູ່ ບ້ານພູກາເຟ ເມືອງຄູນ ແຂວງຊຽງຂວາງ.
ໂຄງການນີ້ເປັນເຂື່ອນເບຕົງ ຂະໜາດນ້ອຍ ມີຄວາມສູງ 9 ແມັດ ແລະ ມີປະຕູລະບາຍນໍ້າ 4 ປ່ອງ. ໃນຄືນວັນທີ 29 ກັນຍາ 2025, ພາຍຸ ບົວລອຍ ໄດ້ພັດເຂົ້າໃນເຂດນັ້ນ ເຮັດໃຫ້ເກີດຝົນຕົກໜັກ ແລະ ນໍ້າໄຫລເຂົ້າ ອ່າງເກັບນໍ້າຢ່າງໄວວາ. ນໍ້າທີ່ໄຫລເຂົ້າອ່າງເກັບ ມີປະລິມານສູງຮອດ 1,359 ແມັດກ້ອນ/ວິນາທີ ຫຼື ເທົ່າກັບ 93% ຂອງ ຄວາມສາມາດລະບາຍນໍ້າຂອງປະຕູນໍ້າ.
ທີມງານຄຸ້ມຄອງໂຄງການໄດ້ ແຈ້ງເຕືອນປະຊາຊົນລຸ່ມໂຄງການ ແລະ ເລີ່ມເປີດປະຕູລະບາຍນໍ້າ, ແຕ່ເນື່ອງຈາກຝົນຕົກຢ່າງຕໍ່ເນື່ອງ ລະດັບນໍ້າເພີ່ມຂຶ້ນຫລາຍ ພາຍຸລົມແຮງມີຜົນ ເຮັດໃຫ້ເສົາໄຟຟ້າລົ້ມ ລະບົບໄຟຟ້າຂັດຂ້ອງ, ຈຶ່ງຕ້ອງໃຊ້ເຄື່ອງຈັກໄຟຟ້າສໍາຮອງ ໃນການເປີດປະຕູລະບາຍນໍ້າ ແຕ່ມວນນໍ້າ ທີ່ຫລາຍ ແລະ ໄຫລມາໄວ ເຮັດໃຫ້ບໍ່ສາມາດຮັບມືຕໍ່ກັບເຫດການດັ່ງກ່າວ, ຈຶ່ງເຮັດໃຫ້ນໍ້າໄຫລລົ້ນອອກທັງສອງບ່າຂ້າງຂອງ ເຂື່ອນ ແລະ ບ່າເບື້ອງຂວາເກີດການເຊາະເຈື່ອນ ຈຶ່ງເກີດນໍ້າຖ້ວມກະທັນຫັນ. ແຕ່ຍ້ອນນໍ້າງຽບ 2B ມີບໍລິມາດອ່າງນໍ້າພຽງ 123,000 ແມັດກ້ອນ ຈຶ່ງບໍ່ໄດ້ສ້າງຜົນກະທົບຫລາຍ ເມື່ອທຽບໃສ່ປະລິມານນໍ້າຝົນໄຫລຜ່ານເຂື່ອນໃນມື້ດຽວນັ້ນ ທີ່ສູງເຖິງ 117 ລ້ານ ແມັດກ້ອນ ຫຼື ພຽງ 0.1%
ປະຈຸບັນ ຜູ້ພັດທະນາໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງດໍາເນີນການປະເມີນຄວາມເສຍຫາຍ ແລະ ວາງແຜນຟື້ນ ຟູໂຄງການດັ່ງກ່າວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ບັນດາພາກສ່ວນທີ່ກ່ຽວຂ້ອງ ກໍ່ຈະນໍາເອົາບົດຮຽນ ຈາກເຫດການໃນຄັ້ງນີ້ ໄປປັບປຸງມາດຕະການ ການຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພຫລາຍຂຶ້ນໃນອະນາຄົດ.
ເຂື່ອນມີ 2 ລັກສະນະຄື:
- ເຂື່ອນທີ່ມີອ່າງເກັບນ້ຳຂະຫນາດໃຫຍ່ເຊັ່ນ: ເຂື່ອນໄຟຟ້ານໍ້າງື່ມ 1 ທີ່ສາມາດເກັບນ້ຳໄດ້ສູງສຸດເຖິງ 7030 ລ້ານ m3 ສາມາດຮອງຮັບນໍ້າຝົນໄດ້ຈໍານວນຫລວງຫລາຍ ເພື່ອສະລໍບໍ່ໃຫ້ປະລິມານນ້ຳຈາກພາຍຸຝົນໄຫລລົງຕອນລຸ່ມເຂື່ອນເພື່ອບໍ່ສ້າງຜົນກະທົບນ້ຳຖ້ວມ.
- ແບບຝາຍນ້ຳລົ້ນເຊັ່ນ ເຂື່ອນໄຟຟ້ານ້ຳງຽບ 2B ແມ່ນບໍ່ສາມາດເກັບນ້ຳໄດ້ ໝາຍເຖິງຖ້າຝົນມາກໍ່ໃຫ້ເກີດມວນນ້ຳຫລາຍເທົ່າໃດກໍຈະໄຫລເຂົ້າເຂື່ອນໄປໃນປະລິມານເທົ່ານັ້ນ ຕົວຢ່າງ ນ້ໍາໄຫລເຂົ້າອ່າງ 1000m3/s ກໍໄຫລອອກຈາກເຂື່ອນ 1000m3/s ປຽບເໝືອນບໍ່ມີເຂື່ອນ ຫລື ເວົ້າວ່າເຂື່ອນບໍ່ຊ່ວຍດັດສົມເຂົ້າ ແລະ ບໍ່ໄດ້ປ່ອຍນ້ຳເພີ່ມຈາກນ້ຳຝົນທີ່ຕົກລົງມາ.
ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນລາວທົ່ວປະເທດ ເຂົ້າໃຈຕໍ່ສະພາບເຫດການດັ່ງກ່າວ ແລະ ເຊື່ອວ່າ ລັດຖະບານ ແລະ ທຸກພາກສ່ວນກໍາລັງດໍາເນີນງານຢ່າງເຕັມທີ່ ເພື່ອຟື້ນຟູ ແລະ ຫຼຸດຜ່ອນຜົນກະທົບຈາກພາຍຸ ແລະ ນໍ້າຖ້ວມໃນທຸກໆພື້ນທີ.
ທີ່ມາ: ກະຊວງອຸດສາຫະກຳ ແລະ ການຄ້າ
