ເອກະລາດ – ອິດສະລະພາບ ເປັນສິ່ງສັກສິດເຂັດຢໍາສູງສົ່ງ ຂອງຊາດ ຂອງປະຊາຊົນ

ໂດຍ: ຜາຕຸງ

ເອກະລາດ – ອິດສະລະພາບ ເປັນສິ່ງສັກສິດເຂັດຢໍາສູງສົ່ງ ທີ່ມວນມະນຸດທຸກຊາດໃນໂລກປາດຖະໜາ ແລະ ຕ້ອງການຍິ່ງກ່ວາສິ່ງອື່ນໃດ ຈົນວ່າໄດ້ຍອມເອົາເລືອດເອົາເນື້ອ ເອົາຊີວິດໄປຕໍ່ສູ້ຕ້ານທານຍາດແຍ່ງເອົາຈາກຄູ່ສັດຕູໄວ້ໃນມືໃຫ້ຈົນໄດ້.  ສປປ ລາວ ເປັນຊາດໜຶ່ງທີ່ບັນພະບູຣຸດຫຼາຍຍຸກຫຼາຍສະໃໝ ນັບພັນ ນັບຮ້ອຍ ນັບໝື່ນ ນັບແສນ ໄດ້ຕໍ່ສູ້ຍອມເສຍສະຫຼະທຸກສິ່ງຢ່າງແມ່ນກະທັງເລືອດເນື້ອ, ຊີວິດອິນຊີຂອງຕົນດຳເນີນການຕໍ່ສູ້ກັບສັດຕູຜູ້ຮຸກຮານ ເພື່ອໃຫ້ໄດ້ມາຄວາມເປັນ ເອກະລາດ – ອິດສະລະພາບ ຂອງຊາດ ປາສະຈາກ ການເປັນ ຂ້ອຍຂ້າມ້າຕ່າງໃຫ້ພວກຕ່າງຊາດ ຈົນໃນທີ່ສຸດກໍ່ໄດ້ປະກາດເອະລາດ ໃນວັນທີ 12 ຕຸລາ 1945 ປີນີ້ແມ່ນຄົບຮອບ 80ປີ ພໍດີ.

ວັນປະກາດ ເອກະລາດ12 ຕຸລາ 1945  ຄົບຮອບ 80 ປີ (12/10/1945 – 12/10/2025) ແມ່ນປະຫວັດການຕໍ່ສູ້ກອບກູ້ເອກະລາດ ຂອງຄະນະລາວອິດສະລະ (ລາວອິສຣະ) ຮຸ່ນທໍາອິດ ນໍາພາໂດຍ  ສົມເດັດເຈົ້າເພັຊຣາດ ມະຫາອຸປຣາດ. ເຖິງວ່າການກອບກູ້ສະໃໝນັ້ນຈະບໍ່ບັນລຸເຖິງຈຸດປະສົງທີ່ປາດຖະໜາ ແຕ່ກໍ່ເປັນຂະນວນໝື້ໃຫ້ມີການສືບຕໍ່ ການຕໍ່ສູ້ຂອງຄົນຮຸ່ນໃໝ່ ສົມຄວນທີ່ເຮົາລູກ-ຫຼານ ລະນຶກເຖິງ ແລະ ເຂົ້າໃຈສະພາບການໃນເວລານັ້ນ.

ເຖິງຢ່າງໃດກໍ່ຕາມ ເຖິງວ່າການກອບກູ້ສະໃໝນັ້ນຈະບໍ່ບັນລຸເຖິງຈຸດປະສົງທີ່ປາດຖະໜາກໍ່ຕາມ  ແຕ່ທຸກສິ່ງຍ່ອມມີຄວາມຫວັງ ຂະບວນການການນຳພາຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດ ເປັນຕົ້ນ ແມ່ນ ຄະນະພັກແຄວ້ນລາວ, ພັກປະຊາຊົນລາວ(ແນວລາວອິດສະລະ) ແລະ ພັກປະຊາຊົນປະຕິວັດລາວໄດ້ສືບຕໍ່ນຳພາການຕໍ່ສູ້ຢ່າງລະອິດລະອ້ຽວ ຂ້ຽວຂາດ ຍາວນານ ຈົນໃນທີ່ສຸດ ລາວເຮົາກໍ່ໄດ້ຮັບຄວາມເປັນເອກະລາດສົມບູນ ໃນປີ 1975  ແລະ ສະຖາປະນາ ສປປ ລາວ ຕໍ່ຊາດໂລກຢ່າງສະຫງ່າຜ່າເຜີຍ ທຸງຊາດລາວສາມສີ ກາວົງເດືອນໄດ້ປີວສະບັດໃນທ້ອງຟ້າຢ່າງສວຍງາມ,

ນີ້ກໍ່ຍ້ອນກໍາລັງຄະນະປະຕິວັດປະຊາຊົນ ຫຼື ກໍາລັງອັນແຂງແກ່ນຂອງ ແນວລາວຮັກຊາດ ທີ່ສືບມູນເຊື້ອມາຈາກ ລາວອິດສະລະ ເຊິ່ງເປັນພື້ນຖານຜົນສໍາເລັດອັນຍິ່ງໃຫຍ່ໃຫ້ແກ່ການກອບກູ້ເອກະລາດ ຄັ້ງນຶ່ງ ໃນວັນທີ 12 ຕຸລາ 1945 ຈາກຄໍາປະກາດ ເອກະລາດ ປະກາດ ອິດສະລະພາບ ໃນໄລຍະນັ້ນ ແມ່ນ:  ປະກາດເອກະລາດ – ອິດສະລະພາບ, ປະກາດໂຮມແຜ່ນດິນລາວ ເຂົ້າເປັນແຜ່ນດິນດຽວ, ປະກາດໃຊ້ກົດໝາຍ ລັດຖະທໍາມະນູນຊົ່ວຄາວສະບັບທໍາອິດຂອງຊາດ, ປະກາດແຕ່ງຕັ້ງ ຄະນະລັດຖະບານລາວອິດສະລາຄະນະທໍາອິດ, ຈັດຕັ້ງສະພາຜູ້ແທນລາດສະດອນຊົ່ວຄາວ ເປັນສະພາທໍາອິດຂອງຊາດ, ໄດ້ອອກແບບທຸງຊາດ (ທຸງຊາດປະຈຸບັນ) ແລະ ອື່ນໆ