ລັດຖະບານລາວ ປະດັບຫລຽນກາມິດຕະພາບໃຫ້ ທູດສິງກະໂປ ປະຈໍາລາວ

ວັນທີ 9 ຕຸລາ 2025 ຢູ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດສິງກະໂປ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານ ໃນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຢ່າງຈົບງາມ, ມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານຂອງ ທ່ານ ເອກອັກ ຄະລັດຖະທູດ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ນັບຕັ້ງແຕ່ທ້າຍເດືອນກັນຍາ ປີ 2023, ເຊິ່ງໄດ້ປະກອບສ່ວນຢ່າງຫ້າວຫັນໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ສປປ ລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາເປັນກ້າວໆຕະຫລອດມາ ເປັນຕົ້ນ ແມ່ນການ ການພົວພັນຮ່ວມມືທາງດ້ານການເມືອງ, ການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ປະກອບສ່ວນຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຢ່າງ ເປັນປົກກະຕິ, ພິເສດ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 9 ກໍລະກົດ 2024 ແລະ ການຢ້ຽມຢາມທາງການ ສປປ ລາວ ຂອງທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ສ ສິງກະໂປ ໃນລະຫວ່າງວັນທີ 11-12 ຕຸລາ 2024 ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ເປັນປະທານອາຊຽນ. ພ້ອມກັນນີ້, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຜ່ານທ່ານເອກອັກຄະ ລັດຖະທູດ ໄປຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ ໂດຍສະເພາະໃນດ້ານການພັດທະນາຊັບພະຍາກອນມະນຸດ ກໍຄື ການຝຶກ ອົບຮົມ ໄລຍະສັ້ນ ແລະ ໄລຍະຍາວຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ສປປ ລາວ ໂດຍຜ່ານໂຄງການຮ່ວມມື ສິງກະໂປ (SCP) ແລະ ການຝຶກອົບຮົມໃນຂອບ IAI, ລວມເຖິງການສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນ ການເປັນປະທານອາຊຽນ ໃນປີ 2024 ຜ່ານມາ ເຊິ່ງທ່ານເອກອັກຄະລັດຖະທູດ ກໍມີບົດບາດສໍາຄັນໃນການປະກອບ ສ່ວນຊຸກຍູ້ ໃນການຊ່ວຍເຫລືອ ແລະ ສະໜັບສະໜູນ ດັ່ງກ່າວ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດສິງກະໂປ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະ ບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະ ໜູນ ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ ແລະ ຍ້ອງຍໍຊົມເຊີຍຜົນງານ, ລວມເຖິງປະດັບຫລຽນອັນມີຄວາມໝາຍສໍາຄັນນີ້ ໃຫ້ແກ່ ຕົນ ເຊິ່ງຈະເປັນສັນຍະລັກອັນມີຄວາມໝາຍຄວາມສໍາຄັນ ໃນການຊຸກຍູ້ສົ່ງເສີມການພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສິງກະໂປ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

ທີ່ມາ: ຂ່າວສານປະເທດລາວ