ທ່ານ ທຣຳ ຂູ່ເກັບພາສີນຳເຂົ້າຈາກ ຈີນ ເພີ່ມອີກ 100% ເລີ່ມເດືອນພະຈິກ
ວັນທີ 11 ຕຸລາ 2025 ສຳນັກຂ່າວ Reuters ລາຍງານວ່າ: ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ປະກາດວ່າ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກ ຈີນ ເພີ່ມອີກ 100% ເລີ່ມວັນທີ 1 ພະຈິກ 2025. ນອກຈາກນັ້ນ, ທ່ານ ທຣຳ ຍັງໄດ້ໂພສຂໍ້ຄວາມວ່າ: ສະຫະລັດ ຈະໃຊ້ມາດຕະການຄວບຄຸມການສົ່ງອອກຊອບແວ ສຳຄັນໆ ອີກດ້ວຍ.
ຄວາມເຄື່ອນໄຫວດັງກ່າວມີຂຶ້ນ ຫລັງຈາກທີ່ລັດຖະບານຈີນ ໄດ້ປະກາດຄຸມເຂັ້ມການສົ່ງອອກແຮ່ (Rare Earths) ເພື່ອປົກປ້ອງຜົນຂອງຊາດ ສົ່ງຜົນໃຫ້ ທ່ານ ອອກມາເຄື່ອນໄຫວທັນທີ ໂດຍວັນທີ 10 ຕຸລາຜ່ານມາ ທ່ານທຣຳ ກ່າວວ່າ: ຈີນສະແດງຄວາມເປັນ “ສັດຕູທາງການຄ້າ ແລະ ພະຍາຍາມຄວບຄຸມໂລກ” ໄວ້.
ຂະນະດຽວກັນ ທ່ານທຣຳ ຍັງຂູ່ວ່າຈະຍົກເລີກການພົບປະກັບ ທ່ານສີຈິນຜິງ ປະທານປະເທດຈີນ ເຊິ່ງຈະມີຂຶ້ນນອກຮອບການປະຊຸມສຸດຍອດຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ທີ່ຈະເລີ່ມປະຊຸມໃນວັນທີ 31 ຕຸລາ 2025 ເຖິງແມ່ນວ່າຕໍ່ມາເຂົາຈະກ່າວວ່າຕົນເອງ “ບໍ່ໄດ້ຍົກເລີກ ແຕ່ກໍ່ບໍ່ແນ່ໃຈວ່າການພົບປະນັ້ນຈະເກີດຂຶ້ນຫລືບໍ່”
ທ່າທີຂອງທ່ານທຣຳ ກົດດັນຕະຫລາດຫຸ້ນສະຫະລັດ ຫລຸດລົງທັນທີ ໂດຍດັດຊະນີ S&P 500 ປິດລົບ 2.7% ຫລື ຫລຸດລົງແຮງສຸດນັບຕັ້ງແຕ່ເດືອນເມສາທີ່ຜ່ານມາ.
ທັງນີ້, ຈີນເປັນປະເທດທີ່ມີການຜະລິດແຮ່ Rare Earths ຫລາຍທີ່ສຸດ ແລະ ວັດສະດຸສຳຄັນອື່ນໆ ເຊິ່ງເປັນສ່ວນປະກອບສຳຄັນສຳລັບການຜະລິດລົດຍົນ, ສະມາດໂຟນ ແລະ ສິນຄ້າອື່ນໆ ອີກຈຳນວນຫລາຍ.
ຫລັງຈາກທີ່ທ່ານທຣຳ ປະກາດຂຶ້ນພາສີສິນຄ້າຈີນໃນຕົ້ນປີ ຈີນກໍ່ໄດ້ປະກາດຄວບຄຸມການສົ່ງອອກ ເຊິ່ງເຮັດໃຫ້ບໍລິສັດສະຫະລັດ ຫລາຍແຫ່ງທີ່ຕ້ອງການເພິ່ງພາວັດສະດຸເຫລົ່ານີ້ເກີດຄວາມບໍ່ພໍໃຈຫລາຍ ເຖິງຂະໜາດທີ່ບໍລິສັດຜະລິດລົດຍົນ Ford ຕ້ອງຢຸດຜະລິດຊົ່ວຄາວ.
ນອກເໜືອຈາການຄວບຄຸມການສົ່ງອອກແຮ່ Rare Earths ແລ້ວ ຈີນຍັງເປີດການສອບສວນເລື່ອງການຜູກຂາດກັບບໍລິສັດເຕັກໂນໂລຊີສະຫະລັດ ເຊັ່ນ: Qualcomm ເຊິງອາດເຮັດໃຫ້ການເຂົ້າຊື້ກິດຈະການບໍລິສັດຜະລິດຊິບອີກແຫ່ງຕ້ອງຢຸດຊະງັກລົງ ເພາະເຖິງແມ່ນວ່າ Qualcomm ຈະເປັນບໍລິສັດທີ່ມີຖານຢູ່ໃນສະຫະລັດ ແຕ່ທຸລະກິດສ່ວນສຳຄັນຂອງບໍລິສັດກໍເຕົ້າໂຮມຢູ່ປະເທດຈີນ
ທີ່ຜ່ານມານັ້ນ ຜູ້ຊ່ຽວຊານທາງດ້ານການເງິນ ແລະ ນັກລົງທຶນທົ່ວໂລກຕ່າງສະແດງຄວາມກັງວົນຕໍ່ຄວາມເປັນໄປໄດ້ທີ່ຈະເກີດສົ່ງຄາມການຄ້າເຕັມຮູບແບບ ລະຫວ່າງ ສະຫະລັດ ກັບ ຈີນ ໂດຍພວກເຂົາເຕືອນວ່າການປະເຊີນໜ້າລະຫວ່າງສອງມະຫາອຳນາດນີ້ອາດສັ່ນຄອນຕະຫລາດໂລກ ແລະ ເປັນຊະນວນໃຫ້ເກີດພາວະເສດຖະກິດທົດຖອຍໄດ້.
