ຊາວອິດສະລາແອນ-ປາແລັສຕິນ ສະຫລອງຄັ້ງໃຫຍ່ ຫລັງສອງຝ່າຍເຫັນພ້ອມຢຸດຍິງ ຊຸກຍູ້ແຜນສັນຕິພາບ

             ປະຊາຊົນອິດສະລາແອນ ແລະ ປາແລັສຕິນຕ່າງອອກມາຮ່ວມກັນສະແດງຄວາມຍິນດີ ແລະ ສະຫລອງຄັ້ງໃຫຍ່ ມີສຽງເພງ ແລະ ສຽງຮ້ອງໂຫ່ດ້ວຍຄວາມດີໃຈ ຫລັງຈາກຜູ້ນໍາອິດສະລາແອນ ແລະ ກຸ່ມຮາມັດລົງນາມໃນແຜນສັນຕິພາບຂອງທ່ານ ໂດນັລ ທຣໍາ ໃນໄລຍະທໍາອິດ ເຫັນພ້ອມຕົກລົງຢຸດຍິງ ພ້ອມປູທາງໄປສູ່ການແລກປ່ຽນຕົວປະກັນ ແລະ ຜູ້ຖືກຂັງລະຫວ່າງກັນ ໂດຍທ່ານ ທຣໍາ ຄາດວ່າ: ຕົວປະກັນທັງໝົດຈະໄດ້ຮັບການປ່ອຍຕົວໃນໄລຍະຕົ້ນອາທິດໜ້າ.

             ນອກຈາກນີ້, ກອງກໍາລັງອິດສະລາແອນຈະຖອນກໍາລັງບາງສ່ວນອອກຈາກກາຊາ ແລະ ຖອນທັບໄປແນວເສັ້ນທີ່ໄດ້ຕົກລົງກັນໄວ້ ລວມທັງການສົ່ງມອບການຊ່ວຍເຫລືອດ້ານມະນຸດສະທໍາຈະຫລັ່ງໄຫລເຂົ້າສູ່ກາຊາຍິ່ງຂຶ້ນໃນແຕ່ລະວັນ ຖືເປັນຜົນສໍາເລັດຄັ້ງສໍາຄັນໃນຄວາມພະຍາຍາມຢຸດສົງຄາມອິດສະລາແອນ-ຮາມັດ.

               ເຖິງຢ່າງໃດກໍຕາມ, ຫລາຍຝ່າຍຍັງເຝົ້າຕິດຕາມສະຖານະການຢ່າງໃກ້ຊິດ ເນື່ອງຈາກສິ່ງທີ່ເກີດຂຶ້ນນີ້ຍັງຖືວ່າເປັນພຽງການຢຸດຍິງ ບໍ່ແມ່ນຂໍ້ຕົກລົງສັນຕິພາບ. ອີກທັງຍັງມີອີກຫລາຍບັນຫາທີ່ຕ້ອງເຈລະຈາຫາລືກັນເພີ່ມອີກ ໂດຍສະເພາະບັນຫາສໍາຄັນຄືການປົດອາວຸດກຸ່ມຮາມັດ.

ອ້າງອີງ: