ສະເຫລີມສະຫລອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ພິທີສະເຫລີມສະຫລອງຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສ ຣັດເຊຍ, ມີບັນດາລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ວະລາດີເມຍ ກາລີນິນ ໄດ້ກ່າວຄໍາເຫັນ ຊຶ່ງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ແຫ່ງການພົວພັນຮ່ວມມືໃນໄລຍະກວ່າຫົກທົດສະວັດຜ່ານມາ ລະ ຫວ່າງ ສອງລັດຖະບານ ກໍຄື ປະຊາຊົນ ສອງຊາດ ລາວ-ຣັດເຊຍ. ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 7 ຕຸລາ 1960 ເປັນຕົ້ນມາ, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ຮັບການຮັດແໜ້ນ ແລະ ເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ສະແດງອອກໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງໃນຫລາຍລະດັບຢ່າງປົກກະຕິ ທັງໃນສາຍພັກ, ລັດ ແລະ ເອກະຊົນ; ການຮ່ວມມືຂອງສອງຝ່າຍແມ່ນກວມເອົາ ເກືອບທຸກຂະແໜງການເປັນຕົ້ນ ດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານພະລັງງານ, ການສຶກສາ, ສາທາລະ ນະສຸກ, ວັດທະນະທຳ, ການທ່ອງທ່ຽວ ແລະ ດ້ານອື່ນໆ. ສອງປະເທດໄດ້ມີຄວາມເຂົ້າອົກເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ ພ້ອມທັງສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມມືຍຸດທະສາດ ຢູ່ໃນພາກພື້ນອາຊີ-ປາຊີຟິກ.
ມາຮອດປັດຈຸບັນ, ການພົວພັນການຮ່ວມມືຂອງສອງປະເທດ ຍິ່ງໄດ້ຮັບການສືບຕໍ່ເພີ່ມພູນຄູນສ້າງ ແລະ ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ພ້ອມນັ້ນ ກໍໄດ້ສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ຊຸກຍູ້ ແລະ ຮັດແໜ້ນສາຍພົວພັນຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ ໂດຍສະເພາະແມ່ນສຸມໃສ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃຫ້ຫລາຍຂຶ້ນໃຫ້ສົມຄູ່ກັບດ້ານການເມືອງ ແລະ ຄວາມໝັ້ນຄົງ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ພວກເຮົາ ແລະ ເພື່ອການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍຄື ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສ ຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອແກ່ພາລະກິດການປະຕິວັດຂອງລາວ ໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ.
ການສະເຫລີມສະຫລອງຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ໃນປີນີ້ ແມ່ນເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ມີກິດຈະກໍາສໍາຄັນຮ່ວມກັນເຊັ່ນ: ບັນດາການນໍາຂັ້ນສູງຂອງສອງປະເທດ ໄດ້ແລກປ່ຽນສານຊົມເຊີຍເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນປະທານປະເທດ, ປະ ທານສະຫາແຫ່ງຊາດ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ. ນອກຈາກນີ້, ຍັງມີການ ແລກປ່ຽນບົດຄວາມລະຫວ່າງ ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ ແລະ ການສາຍຮູບເງົາຮອບພິເສດຂອງ ຣັດເຊຍ ເລື່ອງ “ຄວາມຮັກຂອງສະຫະພາບໂຊວຽດ” ຢູ່ນະຄອນຫລວງວຽງຈັນ ເພື່ອເປັນການຮັດ ແໜ້ນຄວາມສາມັກຄີ ແລະ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ທີ່ມາມີຢ່າງຍາວນານ ແລະ ພວມໄດ້ຮັບການເສີມຂະຫຍາຍໃຫ້ເກີດໝາກຜົນຕົວຈິງຫລາຍກວ່າເກົ່າໃນຕໍ່ໜ້າ.
ທີ່ມາ: ກະຊວງການຕ່າງປະເທດ
