ຟີລິບປິນ ແລະ ອິນໂດເນເຊຍ ປະກາດແຈ້ງເຕືອນເຝົ້າລະວັງ “ສຶນາມິ” ຫລັງຜະເຊີນແຜ່ນດິນໄຫວ 7.4 ຣິກເຕີ

               ວັນທີ 10 ຕຸລາ, ຟີລິບປິນ ແລະ ອິນໂດເນເຊຍ ປະກາດແຈ້ງເຕືອນເຝົ້າລະວັງ “ສຶນາມິ” ຫລັງຜະເຊີນແຜ່ນດິນໄຫວ 7.4 ຣິກເຕີ ໂດຍອິນໂດເນເຊຍກໍາລັງຕິດຕາມຄວາມຮຸນແຮງຂອງສະຖານະການ ພ້ອມຂໍໃຫ້ປະຊາຊົນຢູ່ໃນຄວາມສະຫງົບ. ຂະນະທີ່ຟີລິບປິນເຕືອນໃຫ້ປະຊາຊົນອົບພະຍົບໂດຍດ່ວນ.

               ເມື່ອເວລາ 10:00 ໂມງ ຕາມເວລາທ້ອງຖິ່ນ ເກີດແຜ່ນດິນໄຫວຢູ່ເກາະມິນດາເນົາໃນຟີລິບປິນຂະໜາດ 7.4 ໂດຍສູນແຈ້ງເຕືອນສຶນາມິ ແລະ ທາງການຟີລິບປິນປະກາດເຕືອນວ່າ: ອາດເກີດຄື້ນສຶນາມິສູງເຖິງ 3 ແມັດແຄມຝັ່ງຟີລິບປິນ ແລະ ພື້ນທີ່ບາງແຫ່ງຢູ່ອິນໂດເນເຊຍເຊັ່ນ: ເກາະສຸລາເວສີ ແລະ ປາປົວ ເຊິ່ງຢູ່ຫ່າງຈາກສູນກາງແຜ່ນດິນໄຫວ 300 ກິໂລແມັດ.

               ນອກຈາກນີ້, ໜ່ວຍງານແຈ້ງເຕືອນສຶນາມິຟີລິບປິນຍັງຄາດຄະເນວ່າ: ຟີລິບປິນຈະຜະເຊີນສຶນາມິຮອບທໍາອິດໃນເວລາ 11:43 ໂມງ ຕາມເວລາທ້ອງຖິ່ນ ພ້ອມຂໍໃຫ້ປະຊາຊົນພື້ນທີ່ສ່ຽງອົບພະຍົບທັນທີ.

                ຫລ້າສຸດ, ທ່ານ ເຟີດິນານ ມາກອດ ຈູເນຍ ປະທານາທິບໍດີຟີລິບປິນ ສັ່ງອົບພະຍົບປະຊາຊົນທີ່ອາໄສຢູ່ຕາມແຄມຝັ່ງຕອນກາງ ແລະ ຕອນໃຕ້ຂອງປະເທດ ຈົນກວ່າເຈົ້າໜ້າທີ່ຈະປະກາດວ່າ ສະຖານະການຢູ່ໃນຄວາມສະຫງົບ.

               ຂະນະທີ່ສະຖານະການຢູ່ອິນໂດເນເຊຍຢູ່ໃນຂັ້ນເຝົ້າຕິດຕາມ ໂດຍທາງການຂໍໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ແລະ ຢຸດກະຈາຍຂ່າວ ຫລື ຂໍ້ມູນທີ່ບໍ່ໄດ້ຮັບການຢືນຢັນ. ພ້ອມອອກຄໍາເຕືອນໃຫ້ຢູ່ຫ່າງຈາກອາຄານທີ່ມີຮອຍແຕກແຫງ ຫລື ເສຍຫາຍຈາກແຜ່ນດິນໄຫວ ເຊິ່ງກົມອຸຕຸນິຍົມວິທະຍາລະບຸວ່າ: ປັດຈຸບັນເຈົ້າໜ້າທີ່ຍັງບໍ່ໄດ້ຮັບລາຍງານເຖິງຄວາມເສຍຫາຍໃດໆ. ເຖິງຢ່າງໃດກໍດີ, ມີລາຍງານຫລ້າສຸດເຖິງສຶນາມິຂະໜາດນ້ອຍ 17 ຊັງຕີແມັດ ໃນນ່ານນໍ້າຂອງປະເທດ.

              ໄລຍະຜ່ານມາ, ຟີລິບປິນຕ້ອງຜະເຊີນໄພພິບັດທໍາມະຊາດຫລາຍຮອບ ໂດຍອາທິດກ່ອນໜ້ານີ້ ເກີດແຜ່ນດິນໄຫວຢູ່ເມືອງໂບໂກ ແຂວງເຊບູ ເຮັດໃຫ້ມີຜູ້ເສຍຊີວິດ 74 ຄົນ ແລະ ບາດເຈັບອີກ 500 ຄົນ. ຂະນະທີ່ເດືອນກັນຍາຜ່ານມາ ມີການອົບພະຍົບປະຊາຊົນນັບແສນຈາກພາຍຸໄຕ້ຝຸ່ນຣາກາຊາຢູ່ແຂວງຄາກາຢັນ ລວມທັງມີຜູ້ເສຍຊີວິດປະມານ 11 ຄົນ ເພາະພາຍຸບົວລອຍ.

ອ້າງອີງ: