ລັດຖະບານອິດສະລາແອນອະນຸມັດຂໍ້ຕົກລົງຢຸດຍິງ-ປ່ອຍຕົວປະກັນໃນກາຊາ
ລັດຖະບານອິດສະລາແອນໃຫ້ສັດຕະຍາບັນຮັບຮອງຂໍ້ຕົກລົງຢຸດຍິງກັບກຸ່ມຮາມັດແລ້ວໃນວັນທີ 10 ຕຸລາ ໂດຍມີເງື່ອນໄຂຄື: ຢຸດການສູ້ຮົບ ແລະ ປ່ອຍຕົວປະກັນຢູ່ກາຊາທັງໝົດທີ່ເຫລືອຢູ່ພາຍໃນ 72 ຊົ່ວໂມງ ລວມທັງສົ່ງກັບສົບຕົວປະກັນທີ່ເສຍຊີວິດຄືນອິດສະລາແອນ.
ທັງນີ້, ສື່ທ້ອງຖິ່ນອິດສະລາແອນລາຍງານວ່າ: ຂໍ້ຕົກລົງຢຸດຍິງດັ່ງກ່າວທີ່ໄດ້ຮັບການສະໜັບສະໜູນ ແລະ ໄກ່ເກ່ຍຈາກປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ເລີ່ມມີຜົນບັງຄັບໃຊ້ທັນທີ. ຂະນະທີ່ໂຄສົກສໍານັກງານນາຍົກລັດຖະມົນຕີອິດສະລາແອນກ່າວວ່າ: ຂໍ້ຕົກລົງຈະເລີ່ມມີຜົນໃນອີກ 24 ຊົ່ວໂມງ.
ຂະນະທີ່ເງື່ອນໄຂຂໍ້ຕົກລົງອື່ນໆ ລວມທັງການຖອນກໍາລັງທະຫານອິດສະລາແອນອອກຈາກກາຊາ ເຊິ່ງມີທັງໝົດ 3 ໄລຍະ ໂດຍໄລຍະທໍາອິດຈະຖອນກໍາລັງທະຫານບາງສ່ວນກັບໄປແນວເສັ້ນແບ່ງເຂດແດນ, ແຕ່ຈະຍັງມີກໍາລັງທະຫານຄວບຄຸມພື້ນທີ່ຢູ່ກາຊາປະມານ 53%.
ນອກຈາກນີ້, ອິດສະລາແອນຈະເປີດທາງໃຫ້ສົ່ງການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າສູ່ກາຊາ ໂດຍຄາດວ່າຈະມີລົດບັນທຸກສິ່ງຂອງຊ່ວຍເຫລືອ ແລະ ສະບຽງອາຫານຫລາຍຮ້ອຍຄັນເຂົ້າໄປກາຊາ.
ສ່ວນລາຍລະອຽດເລື່ອງການແລກປ່ຽນຕົວປະກັນທີ່ຈະມີຂຶ້ນ 72 ຊົ່ວໂມງນັ້ນ ກໍານົດໃຫ້ກຸ່ມຮາມັດຈະຕ້ອງປ່ອຍຕົວປະກັນ 20 ຄົນທີ່ເຊື່ອວ່າຍັງມີຊີວິດຢູ່ ຈາກນັ້ນຈະສົ່ງສົບຕົວປະກັນ 28 ຄົນກັບຄືນອິດສະລາແອນ, ແຕ່ຍັງບໍ່ຊັດເຈນວ່າຈະໃຊ້ເວລາດົນຊໍ່າໃດ.
ຂະນະທີ່ລາຍງານຈາກແຫລ່ງຂ່າວຊາວປາແລັສຕິນວ່າ: ອິດສະລາແອນຈະປ່ອຍຕົວນັກໂທດຊາວປາແລັສຕິນປະມານ 250 ຄົນທີ່ກໍາລັງຮັບໂທດຕິດຄຸກຕະຫລອດຊີວິດຢູ່ອິດສະລາແອນ ແລະ ຊາວກາຊາທີ່ຖືກກັກຂັງອີກປະມານ 1,700 ຄົນ.
ອ້າງອີງ:
- https://www.reuters.com/world/middle-east/israel-hamas-agree-gaza-ceasefire-return-hostages-2025-10-09/
- https://edition.cnn.com/world/live-news/israel-hamas-gaza-ceasefire-agreement-10-09-25
- https://www.channelnewsasia.com/world/trump-says-he-will-head-middle-east-sunday-after-israel-hamas-hostage-deal-5393001
