ແມ່ເຖົ້າກືນກົບໂຕເປັນໆ 8 ໂຕ ຫວັງປິ່ນປົວອາການເຈັບຫລັງ ສຸດທ້າຍຕ້ອງເຂົ້າໂຮງໝໍ
ຂ່າວປະເທດຈີນ – ແມ່ເຖົ້າອາຍຸ 70 ປີ ຄົນໜຶ່ງທີ່ເມືອງຫາງໂຈວ ແຂວງເຈີ້ຈ່ຽງ ຕ້ອງໄດ້ເຂົ້າຮັບການປິ່ນປົວແບບຮີບດ່ວນ ຫລັງຈາກໄດ້ກືນກົບໂຕເປັນໆ ແບບມີຊີວິດຢູ່ ເຖິງ 8 ໂຕ ເພາະເຊື່ອວ່າ ສາມາດປິ່ນປົວອາການເຈັບຫລັງໄດ້.
ລາຍງານລະບຸວ່າ: ແມ່ເຖົ້າຄົນດັ່ງກ່າວ ໄດ້ມີອາການເຈັບຫລັງຊໍາເຮື້ອມາເປັນເວລາດົນ, ແຕ່ບໍ່ຢາກຮັກສາດ້ວຍແພດປັດຈຸບັນ, ຈຶ່ງໄດ້ຫັນໄປເພິ່ງ “ເຄັດລັບພື້ນບ້ານ” ທີ່ເຄີຍໄດ້ຍິນມາວ່າ ການກືນກົບໂຕເປັນໆ ຈະຊ່ວຍບັນເທົາອາການປວດໄດ້. ດັ່ງນັ້ນ ລາວຈຶ່ງໃຫ້ຍາດຕິພີ່ນ້ອງຊ່ວຍຈັບກົບມາທັງໝົດ 8 ໂຕ ແລ້ວກືນເຂົ້າໄປເທື່ອລະໂຕ ເຊິ່ງກິນ 5 ໂຕໃນມື້ທຳອິດ ແລະ ອີກ 3 ໂຕໃນມື້ຕໍ່ມາ.
ຫຼັງຈາກນັ້ນບໍ່ດົນ, ແມ່ເຖົ້າໄດ້ມີອາການເຈັບທ້ອງຢ່າງຮຸນແຮງ ແລະ ຕ້ອງຖືກນຳສົ່ງໂຮງໝໍຂອງມະຫາວິທະຍາໄລເຈີ້ຈ່ຽງ. ແພດໄດ້ກວດພົບການຕິດເຊື້ອ ແມ່ທ້ອງຊະນິດ ສະປາການຳ (Sparganum tapeworm) ເຊິ່ງມັກຈະມາຈາກການກິນ ຫຼື ສຳຜັດກັບກົບ ແລະ ງູທີ່ຍັງມີຊີວິດຢູ່.
ທີມແພດໄດ້ປິ່ນປົວຈົນແມ່ເຖົ້າປອດໄພໃນເວລາປະມານສອງອາທິດ ແລະ ອະນຸຍາດໃຫ້ກັບບ້ານໄດ້ ພ້ອມທັງເຕືອນປະຊາຊົນວ່າ: ການນຳໃຊ້ວິທີພື້ນບ້ານໂດຍທີ່ບໍ່ມີຫຼັກຖານທາງການແພດ ອາດຈະເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ໂດຍສະເພາະການກືນ ຫຼື ການກິນສັດທີ່ມີຊີວິດ ເຊິ່ງມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ພະຍາດປໍຣະສິດເຂົ້າໃນຮ່າງກາຍ.
ທີ່ມາ: Dailynews.co.th
