ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
ວັນທີ 8 ຕຸລາ 2025 ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ຈັດພິທີມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ລະຫວ່າງ ທ່ານ ພຸດ ສິມມາລາວົງ ປະທານຄະນະກໍາມະການໂອແລມປີກແຫ່ງຊາດລາວ (ຜູ້ເກົ່າ) ແລະ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຜູ້ໃໝ່), ມີບັນດາອະດີດການນຳ ຄອລ, ຮອງປະທານ, ຄະນະກຳມະການ ຄອລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ພັກ-ລັດຖະບານ ຮັບຮູ້ວ່າຂະບວນການເຄື່ອນໄຫວຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ ແມ່ນເລີ່ມຈັດຕັ້ງເຄື່ອນໄຫວມາແຕ່ຊຸມປີ 1978 ແລະ ໄດ້ນໍາພາຄະນະນັກກິລາຄັ້ງທໍາອິດ ເຂົ້າຮ່ວມງານມະຫາກໍາກິລາໂອແລມປິກ ຄັ້ງທີ 22 ປີ 1980 ທີ່ນະຄອນຫລວງມົດສະກູ ອະດີດສະຫະພາບໂຊວຽດ ໃນເມື່ອກ່ອນ ແລະ ພິເສດ ສປປ ລາວ ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາຊີເກມ ຄັ້ງທີ 25 ປີ 2009 ຄັ້ງປະຫວັດສາດ, ເປັນການເອກອ້າງຂອງ ສປປ ລາວ ຕໍ່ແນວທາງການເມືອງຂອງພັກ ທີ່ໄດ້ນໍາພາປະເທດຊາດມີການພັດທະນາໃນທຸກໆດ້ານ, ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມເອກອ້າງທະນົງໃຈ, ທັງໄດ້ຍົກຖາ ນະບົດບາດ ກຽດຊື່ສຽງຂອງປະເທດຊາດສູງເດັ່ນຂຶ້ນໃນເວທີສາກົນ ຊຶ່ງໄດ້ມີບົດບາດ ແລະ ມີຄວາມໝາຍຕໍ່ການຮ່ວມມືກັບອົງການຈັດຕັ້ງກິລາຂອງສາກົນ, ຊາວໂລກຮັບຮູ້ເຖິງການເອົາໃຈໃສ່ພັດທະນາກິລາຂອງ ສປປ ລາວ ຄື: ການຮ່ວມມືກັບສະຫະພັນກິລາຊີເກມໃນລະດັບອາຊຽນ, ການຮ່ວມມືກັບສະພາໂອແລມປິກອາຊີໃນຂົງເຂດອາຊີ, ການຮ່ວມມືກັບການຈັດຕັ້ງກິລາໂອແລມປິກສາກົນ ແລະ ການຮ່ວມມືກັບບັນດາສະຫະພັນກິລາ ໃນຂົງເຂດອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ໃນນາມຕາງໜ້າລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ເຊື່ອໝັ້ນວ່າ ຄະນະບໍລິຫານງານຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດນີ້ຈະພ້ອມໃຈກັນສຸມທຸກຄວາມສາມາດ, ເຫື່ອແຮງສະຕິປັນຍາ, ສະລະເວລາຈັດຕັ້ງຜັນຂະຫຍາຍພາລະກິດຂອງຂະບວນການກິລາໂອແລມປິກ ຕາມຍຸດທະສາດ, ແຜນການ ແລະ ໂຄງການຕາມເປົ້າໝາຍທີ່ວາງໄວ້ຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ, ສືບຕໍ່ສ້າງຜົນງານໃນວົງການກິລາຂອງລາວໃຫ້ມີຄຸນນະພາບສູງຂຶ້ນທັງປະລິມານ ແລະ ຄຸນນະພາບ, ຍົກຖານະບົດບາດຂອງລາວເຮົາໃຫ້ສູງເດັ່ນຂຶ້ນໃນເວທີອະ ນຸພາກພື້ນ, ພາກພື້ນ ແລະ ສາກົນ.
ພ້ອມນີ້, ຂໍຮຽກຮ້ອງມາຍັງຄະນະ ກະກຽມຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ, ກະກຽມນັກກິລາເຂົ້າຮ່ວມການແຂ່ງຂັນ ໃນລາຍການຕ່າງໆ ໂດຍສະເພາະແມ່ນການກະກຽມເຂົ້າຮ່ວມການແຂ່ງຂັນກິລາເອຊຽນເກມຊາວໜຸ່ມ ຄັ້ງທີ 3 ປີ 2025 ທີ່ປະເທດ ບາເຣນ, ເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ທີ່ຣາຊະອານາຈັກໄທ ໃນທ້າຍປີ 2025 ແລະ ກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດ ຍີ່ປຸ່ນທ້າຍປີ 2026 ໃຫ້ມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.
ທີ່ມາ: ຂ່າວສານປະເທດລາວ
