ກັກຕົວຜູ້ຄ້າຂາຍ ແລະ ຜະລິດຄໍລາເຈນປະສົມຢາເສບ ລາຍໃຫຍ່ ພ້ອມເຄື່ອງຜະລິດຄໍລາເຈນ ແລະ ອາວຸດປືນ
ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ລາຍງານ ວັນທີ 10 ຕຸລາ 2025 ນີ້ວ່າ: ວັນທີ 23 ກັນຍາ 2025 ຜ່ານມາ ປກສ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ກັກຕົວເປົ້າໝາຍຕ້ອງສົງໄສ ຊື່ນາງຄວນ ໂກສີ ອາຍຸ 48 ປີ ອາຊີບປະຊາຊົນ ແລະ ນາງນໍ້າທິບ ໂກສີ ອາຍຸ 21 ປີ ອາຊີບ ປະຊາຊົນ, ທັງສອງ ຢູ່ບ້ານໂພນໂຮງ ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມທັງດຳເນີນການກວດຄົ້ນເຄຫະສະຖານ.
ຜ່ານການກວດກາພົບເຫັນຂອງກາງ: ໃບກະທ່ອມ 10 ກິໂລກຣາມ, ຢາແກ້ໄອ ຍີ່ຫໍ້ ທິດຊີນ 1,047 ກ່ອງ, ເຄື່ອງຈັກອັດຊອງຄໍລາເຈນ 2 ເຄື່ອງ, ເຄື່ອງບົດປະສົມສານເສບຕິດ 3 ເຄື່ອງ, ກາເຟປະສົມສານເສບຕິດ 29 ຊອງ, ຄໍລາເຈນ 139 ຊອງ, ຊອງເປົ່າບັນຈຸໃສ່ຄໍລາເຈນ ແລະ ກາເຟປະສົມສານເສບຕິດ 43 ກິໂລກຣາມ, ປືນສັ້ນ 2 ກະບອກ, ລູກປືນສັ້ນ 56 ລູກ ແລະ ລູກປືນ AK 1 ລູກ.
ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງ ໄດ້ສາລະພາບວ່າ: ຂອງກາງໃບກະທ່ອມ ແລະ ຢາແກ້ໄອ ເປັນຂອງພວກກ່ຽວ, ສ່ວນເຄື່ອງຈັກອັດຊອງຄໍລາເຈນ, ເຄື່ອງບົດປະສົມ, ກາເຟປະສົມສານເສບຕິດ, ຄໍລາເຈນ, ຊອງເປົ່າບັນຈຸໃສ່ຄໍລາເຈນ ແລະ ປືນສັ້ນ ພ້ອມດ້ວຍລູກ ເປັນຂອງໝູ່ທີ່ຮ່ວມຂະບວນການຄ້າ-ຂາຍນຳກັນ. ແຕ່ພວກກ່ຽວໄດ້ເອົາຕົວຫລົບໜີອອກຈາກເຮືອນບ່ອນທີ່ຢູ່ອາໄສ. ເຈົ້າໜ້າທີ່ຈຶ່ງ ໄດ້ເຂົ້າກວດກາຄົ້ນເຄຫາສະຖານຂອງພວກກ່ຽວ ພົບເຫັນ ນໍາກະທ່ອມ 2 ຕຸກນ້ອຍ, ຢາສູບໄຟຟ້າ 1 ອັນ, ປຸມເປົ້າບາລູນ 1 ໜ່ວຍ, ລົດກະບະວີໂກ້ 1 ຄັນ ສີປອນທອງ ໝາຍເລກທະບຽນ ກໍາແພງນະຄອນ ມຕ 6688 ຈຶ່ງໄດ້ນຳເຄື່ອງຂອງກາງ, ພາຫະນະທີ່ກ່ຽວຂ້ອງ ມາອາຍັດໄວ້ຢູ່ທີ່ ກອງບັນຊາການ ປກສ ເມືອງຄໍາເກີດ ແລະ ເລັ່ງຕິດຕາມ, ນຳຈັບຕົວພວກທີ່ຫລົບໜີ, ເກັບກຳຂໍ້ມູນ, ພິສູດຫລັກຖານເພີ່ມເຕີມ ແລ້ວສະຫລຸບສົ່ງສຳນວນ, ສຳເນົາໃຫ້ພາກສ່ວນວິຊາສະເພາະທີ່ກ່ຽວຂ້ອງ ເພື່ອສົ່ງດໍາເນີນຄະດີຕາມ ລະບຽບກົດໝາຍ.
