ການສະກັດກັ້ນ ແລະ ປາບປາມ ບັນຫາຢາເສບຕິດ ແມ່ນໜ້າທີ່ຂອງທຸກຄົນ

ໂດຍ : ຜາຕຸງ

ຕ້ອງຍອມຮັບວ່າ ຢາເສບຕິດ ຍັງເປັນບັນຫາອັນໃຫຍ່ຫຼວງທີ່ສັງຄົມມະນຸດເຮົາພວມປະເຊີນຢູ່ ແລະກໍເປັນການຢາກ ທີ່ຈະປາບປາມໃຫ້ໝົດໄປໄດ້ ກົງກັນຂ້າມເບິ່ງລວມແລ້ວຍັງເຫັນວ່າມັນໄດ້ແຜ່ລາມອອກໄປຢ່າງໜ້າເປັນຫ່ວງບໍ່ວ່າຢູ່ໃນປະເທດລາວເຮົາກໍຄືຫຼາຍປະເທດໃນພາກພື້ນ ແລະ ທົ່ວໂລກ ເພາະບັນຫານີ້ມັນເກີດຂຶ້ນຢູ່ທຸກໆປະເທດ ຕ່າງແຕ່ຈະນ້ອຍຫຼືໃຫຍ່  ໜັກຫຼືເບົາເທົ່ານັ້ນ ຊຶ່ງມັນກາຍເປັນບັນຫາທີ່ທົ່ວໂລກພວມປະເຊີນ ແລະ ດຳເນີນມາດຕະການປາບປາມທຸກຮູບແບບ.

ສຳລັບຢູ່ໃນປະເທດລາວເຮົາແລ້ວ ໃນໄລຍະຜ່ານມາ ເຖິງຈະມີການຈັບກຸມກຸ່ມແກ້ງລັກລອບຄ້າຂາຍ, ຂົນສົ່ງ, ເສບ ແລະ ຈຳໜ່າຍຢາເສບຕິດນັບແຕ່ ນ້ຳກະທ່ອມ, ຄໍລາເຈນ ຂຶ້ນໄປຈົນຮອດປາເສບຕິດທີ່ອອກລິດຕໍ່ຈິດປະສາດຂັ້ນຮຸນແຮງ ປະເພຢາບ້າ ຢາອີ ຢາຟອ້ ແລະ ປະເພດຕ່າງໆອີກຢ່າງຫຼວງຫຼາຍ, ນັ້ນອາດແມ່ນ ພຽງແຕ່ເຫດກການນ້ອຍໆເທົ່ານັ້ນ ອາດບໍ່ທັນຢັ່ງໄປເຖິງຫົວໂປ່ໂຕການໃຫຍ່ຕົ້ນຕໍທີ່ແທ້ຈິງ ຈຶ່ງເຮັດໃຫ້ບັນຫານີ້ຍັງບໍ່ທັນໝົດໄປຈາກສັງຄົມ ມັນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງໄດ້ຮ່ວມກັນຕ້ານ  ສະກັດກັ້ນ ແລະ ປາບປາມຢ່າງຈິງຈັງ ເລິກເຊິ່ງໃຫ້ນັບມື້ຫຼຸດລົງ ຈົນກ້າວໄປເຖິງບ່ອນທີ່ວ່າໃຫ້ໝົດໄປຈາກສັງຄົມ ເພື່ອອານາຄົດອັນສົດໃສຂອງລູກຫຼານພົນລະເມືອງລາວທຸກເຜົ່າ, ບັນຫານີ້ແມ່ນ ເປົ້າໝາຍໜຶ່ງທີ່ນອນຢູ່ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ບັນຫາຢາເສບຕິດນີ້ຈະໜ້ອຍຫຼືຫຼາຍພວກເຮົາຈະເຫັນໄດ້ຈາກການຈຸດທຳລາຍວັດຖຸຂອງກາງຢາເສບຕິດປະເພດຕ່າງໆ ຢູ່ລາວເຮົາໃນແຕ່ລະປີ ມີຫຼາຍ ສິບໂຕນ ໃນໂອກາດ ວັນສາກົນຕ້ານຢາເສບຕິດ 12ຕຸລາ ແລະ ວັດຖຸຂອງກາງຈຳນວນນີ້ແມ່ນໄດ້ຜ່ານການ ສອບສວນ ແລະ ຜ່ານການຕັດສິນຂອງສານ ເປັນທີ່ຮຽບຮ້ອຍແລ້ວ, ນັ້ນມັນສະແດງໃຫ້ເຫັນວ່າ ຜ່ານມາ ເຫັນວ່າທັງປະຊາຊົນທັງເຈົ້າໜ້າທີ່ທຸກພາກສ່ວນໃນຂອບເຂດທົ່ວປະເທດໄດ້ເປັນເຈົ້າການຮ່ວມກັນ ສາມາດສະກັດກັ້ນປາບປາມຈັບກຸມຄຸມຂັງເຮັດໃຫ້ຂະບວນການລັກລອບຜະລິດ ຂົນສົ່ງ ຊື້-ຂາຍ ຢາເສບຕິດປະເພດຕ່າງໆຫຼຸດລົງຫຼາຍສົມ ຄວນ ແຕ່ເນື່ອງຈາກວ່າການເຄື່ອນໄຫວຂອງຄົນຈຳ ນວນນີ້ ເຮັດເປັນຂະບວນການທັງພາຍໃນແລະຕ່າງປະເທດ ເຮັດໃຫ້ການສະກັດກັ້ນປາບປາມເປັນໄປໄດ້ຍາກ.

ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີຄໍາເຫັນ ກອງປະຊຸມຄະນະກຳມະ ການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ຄັ້ງປະຖົມມະລືກ ເພື່ອປຶກສາຫາລື ກ່ຽວກັບການກະກຽມຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2024-2025 ທີ່ດຳເນີນໄປໃນວັນທີ 10 ມັງກອນ 2024 ຜ່ານມາວ່າ: ຕະຫຼອດໄລຍະຜ່ານມາ ລັດຖະບານ ໄດ້ຖືເອົາການແກ້ໄຂບັນ ຫາຢາເສບຕິດເປັນວຽກໜຶ່ງທີ່ສໍາຄັນແນໃສ່ເຮັດໃຫ້ປະຊາຊົນໃນທົ່ວສັງຄົມ ປອດ ໄພຈາກບັນຫາຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນລາວເຮົາມີຄວາມຜາສຸກຢູ່ດີກິນດີ.

ພາຍຫຼັງທີ່ກົມການເມືອງສູນກາງພັກໄດ້ອອກຄຳສັ່ງສະບັບເລກທີ 02 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສະພາແຫ່ງຊາດໄດ້ອອກມະຕິຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບເລກທີ 04 ຂອງສະພາແຫ່ງຊາດ. ລັດຖະບານກໍ່ຄືກະຊວງປ້ອງກັນ ຄວາມສະຫງົບ ໄດ້ເປັນເຈົ້າການເພີ່ມທະວີ, ຍົກລະດັບການນຳພາ-ຊີ້ນຳການເຄື່ອນໄຫວພາລະບົດບາດເປັນໃຈກາງໃນການປະສານສົມທົບກັບບັນດາກະ ຊວງ-ອົງການ ແລະ ທ້ອງຖິ່ນເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄປຕາມ 3 ຫຼັກການຄື : ເດັດຂາດ, ໂປ່ງໃສ, ມືອາຊີບ, ໄປຕາມຄໍາຂວັນທີ່ວ່າ: ອັດ 3 ທາງ, ມ້າງ3 ເປົ້າ, ເປັນເຈົ້າ 3 ຫຼັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດຜ່ານການ ເຄື່ອນໄຫວຕົວຈິງໃນໄລຍະເກືອບ 3 ປີຜ່ານມາສາມາດຍາດເອົາຜົນສໍາເລັດຫລາຍດ້ານ.

ຍ້ອນບັນຫາຢາເສບຕິດເປັນບັນຫາລວມຂອງປະເທດເຮົາ, ເປັນບັນຫາລວມຂອງພາກພື້ນ ແລະ ສາກົນ, ເປັນໄພຂົ່ມຂູ່ຕໍ່ກັບຄວາມສະຫງົບປອດໄພ ໂດຍສະເພາະຢູ່ຕາມບໍລິເວນຊາຍແດນລະຫວ່າງປະເທດ, ຊາຍແດນລະຫວ່າງແຂວງຕໍ່ແຂວງ, ທ້ອງຖິ່ນກັບທ້ອງຖິ່ນ, ຕໍ່ຄວາມເປັນລະ ບຽບຮຽບຮ້ອຍຂອງຄົນໃນສັງຄົມ ແລະ ຕໍ່ຄວາມໝັ້ນຄົງຂອງຊາດ, ສະພາແຫ່ງຊາດຈຶ່ງໄດ້ມີມະຕິສະບັບເລກທີ 110 ຂອງສະມາຊິກສະພາແຫ່ງຊາດວ່າດ້ວຍການຮັບ ຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງລັດຖະບານໃນໄລຍະ 3 ປີ ແຕ່ປີ 2021 ຫາ 2023 ແລະ ຜ່ານການຈັດຕັ້ງປະຕິບັດມະຕິ ດັ່ງກ່າວແມ່ນເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຈົນເຖິງປີ 2025, 

ທັງໝົດນີ້ ມັນຮຽກຮ້ອງໃຫ້ທຸກພາກສ່ວນສັງຄົມເຮົາ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຕ້ານ ສະກັດກັ້ນແລະປາບປາມຢ່າງຈິງຈັງເລິກເຊິ່ງໃຫ້ນັບມື້ຫຼຸດລົງ ຈົນກ້າວໄປເຖິງບ່ອນທີ່ວ່າໃຫ້ໝົດໄປຈາກສັງຄົມ ເພື່ອອານາຄົດອັນສົດໃສຂອງລູກຫຼານພົນລະເມືອງລາວທຸກເຜົ່າ