ລັດຖະມົນຕີ ຮສສ ຕິດຕາມ-ຊ່ວຍເຫລືອປະຊາຊົນໄດ້ຮັບຜົນກະທົບຈາກນໍ້າຖ້ວມຢູ່ ບ້ານຊົມຊື່ນ ເມືອງບໍລິຄັນ

ວັນທີ 8 ຕຸລາ 2025 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານຊົມຊື່ນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໂດຍມີກອງເລຂາຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ອຳນາດການປົກຄອງບ້ານຊົມຊື່ນ ເຂົ້າຮ່ວມ.

ທ່ານ ຄຳໄພ ປະເສີດ ນາຍບ້ານຊົມຊື່ນ ໄດ້ໃຫ້ຮູ້ວ່າ: ໃນທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລາ 2025 ບ້ານຊົມຊື່ນ ແມ່ນ 4 ບ້ານຂອງເມືອງບໍລິຄັນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຍ້ອນພາຍຸບົວລອຍ ບວກກັບການລະບາຍນໍ້າ ຈາກເຂື່ອນໄຟຟ້ານໍ້າງຽບ 1 ໃນຄືນວັນທີ 29 ກັນຍາຜ່ານມາໃນຕອນເຊົ້າຂອງວັນທີ 30 ກັນຍາ ເຮັດໃຫ້ມວນນໍ້າມະຫາສານໄຫລເຂົ້າຖ້ວມບ້ານ-ເຮືອນ, ໄຮ່, ນາ, ສວນກະສິກຳ, ຄັງສັດ ເກືອບ 100%.

ສຳລັບຜົນເສຍຫາຍຈາກໄພພິບັດຄັ້ງນີ້, ຕາມການເກັບກຳຂໍ້ມູນເບື້ອງຕົ້ນ ເນື້ອທີ່ນາຖືກຖ້ວມເສຍຫາຍ 110 ກວ່າເຮັກຕາ, ໄຮ່ຄົງທີ່ 31 ກວ່າເຮັກຕາ, ສວນມັນຕົ້ນ 284 ກວ່າເຮັກຕາ, ສວນອ້ອຍ 5 ເຮັກຕາກວ່າ, ສວນຢາງພາລາ 104 ເຮັກຕາ, ສັດລ້ຽງ ແລະ ໜອງປາຖືກເສຍຫາຍ, ເຄື່ອງໃຊ້ໄຟຟ້າຕາມຄົວເຮືອນ, ຕຳລາການຮຽນ-ການສອນຂອງໂຮງຮຽນໃຊ້ການບໍ່ໄດ້. ນອກນັ້ນ, ພື້ນຖານໂຄງລ່າງ, ອາຄານທີ່ຢູ່ອາໄສຂອງປະຊາຊົນ ໄດ້ຮັບຜົນກະທົບເປັນຈຳນວນຫລາຍ ເຊິ່ງບໍ່ສາມາດປະເມີນມູນຄ່າເສຍຫາຍໄດ້.

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ຕາງໜ້າໃຫ້ ຄະນະຄຸ້ມຄອງໄພພິບັດຂຶ້ນສູນກາງ ມອບເງິນຈໍານວນ 200 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 145 ລ້ານກີບ ໃຫ້ແຂວງບໍລິຄໍາໄຊ ເພື່ອນໍາໄປຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2025.

ທີ່ມາ: ໜັງສືພິມບໍລິຄໍາໄຊ