ມອບຕຳແໜ່ງວິຊາການຮອງສາດສະດາຈານ 14 ທ່ານ ແລະ ຄູປະຊາຊົນ 2 ທ່ານ ເນື່ອງໃນວັນຄູແຫ່ງຊາດຄົບຮອບ 31 ປີ

ວັນທີ 9 ຕຸລາ 2025 ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994 7 ຕຸລາ 2025) ແລະ ວັນວິທະຍາສາດແຫ່ງຊາດ ວັນທີ 12 ຕຸລາ ຄົບຮອບ 38 ປີ (12 ຕຸລາ 1987-12 ຕຸລາ 2025) ຢູ່ທີ່ມະວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາທ່ານອະດີດການນໍາກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຊົ້າຮ່ວມ.

ທ່ານ ທອງສະລິດ ມັງໜໍ່ເມກ ກ່າວວ່າ ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາ ໃນແຕ່ລະປີທົ່ວປະເທດເຮົາໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດທຸກໆປີ ເພື່ອປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ ເຊີດຊູບົດບາດ ກຽດສັກສີຂອງຄູ-ອາຈານໃຫ້ສູງຂຶ້ນ ເປັນການໂຄສະນາ ເຜີຍແຜ່ຜົນງານການປະດິດຄິດແຕ່ງ ແລະ ຄວາມເສຍສະຫຼະເຫື່ອແຮງ ສະຕິປັນຍາ ຂອງຄູ-ອາຈານໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານຂອງຄູພ້ອມທັງສະແດງອອກເຖິງຄວາມກະຕັນຍູກະຕະເວທີ ຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນນັບແຕ່ອາດີດກໍຄືປັດຈຸບັນ.

ຕະຫຼອດໄລຍະທີ່ຜ່ານມາບໍ່ວ່າຢູ່ໃນໄລຍະການປະຕິວັດຊາດປະຊາທິປະໄຕກໍຄືໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກະຊວງສຶກສາທິການ ແລະ ກິລາ ອົງການປົກຄອງທ້ອງຖິ່ນ ຜູ້ບໍລິຫານການສຶກສາແຕ່ລະຂັ້ນທັງພາກລັດ ແລະ ເອກະຊົນໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ພັດທະນາການສຶກສາ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໄດ້ຂະຫຍາຍຕາໜ່າງການສຶກສາໄປໃນທົ່ວທຸກທ້ອງຖິ່ນ ລວມທັງເຂດພູດອຍຫ່າງໄກສອກຫຼີກ ປະຊາຊົນໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນບຳລຸງໂດຍທົ່ວໄປກວມຈຳນວນປະຊາກອນສ່ວນຫຼາຍ ຄຸນນະພາບຂອງການສຶກສາກໍໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ ທັງໝົດນັ້ນກໍແມ່ນຍ້ອນມີແນວທາງອັນຖືກຕ້ອງຂອງພັກ-ລັດ ແລະການປະກອບສ່ວນເປັນກຳລັງແຮງສຳຄັນຕົ້ນຕໍມາຈາກພະນັກງານຄູ-ອາຈານທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນວຽກງານດັ່ງກ່າວຢ່າງສຸດຄວາມສາມາດ.

ສຳລັບວັນວິທະຍາສາດແຫ່ງຊາດ ເຊິ່ງປີນີ້ຄົບຮອບ 38 ປີ ໃນໄລຍະຜ່ານມາພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ພັດທະນາວຽກງານນີ້ຢ່າງຕໍ່ເນື່ອງ ມີແນວທາງ ມີນະໂຍບາຍ ມີຍຸດທະສາດ ມີນັກວິທະຍາສາດ ແລະ ເລີ່ມມີຜະລິດຕະພັນ ປະກອບສ່ວນເຂົ້າໃນແນວທາງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ໃນພິທີທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ມອບນາມມະຍົດຄູປະຊາຊົນ 2 ທ່ານ ຕຳແໜງວິຊາການຮອງສາດສະດາຈານ 14 ທ່ານ ໃບຍ້ອງຍໍໃຫ້ນັກຄົ້ນຄວ້າ 20 ທ່ານ ພ້ອມນັ້ນກໍໄດ້ໂອ້ລົມຕໍ່ພິທີ ແລະ ຕັດແຖບຜ້າສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ແລະ ວັນວິທະຍາສາດຄົບຮອບ 38 ປີ.