ເຮືອໄຟລາມມະກຽນ ຊະນະເລີດງານປະກວດເຮືອໄຟ ບຸນອອກພັນສາປະວໍລະນາ ຢູ່ນະຄອນຫລວງພະບາງ ປະຈໍາປີ 2025

ວັນທີ 8 ຕຸລາ 2025 ແຂວງຫລວງພະບາງ ໄດ້ຈັດງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນຫລວງພະບາງ ມີການນໍາຂອງແຂວງຫລວງພະບາງ, ຄະນະກຳມະການ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ.

ບຸນໄຫລເຮືອໄຟປີນີ້ ມີເຮືອໄຟເຂົ້າຮ່ວມການປະກວດທັງໝົດ 17 ລໍາ ມາຈາກບັນດາບ້ານ ພາຍໃນເທສະບານນະຄອນ, ສະຖາບັນການສຶກສາ, ໂຮງຮຽນ, ຫົວໜ່ວຍທຸລະກິດ ແລະມີເຮືອໄຟປະກອບສ່ວນ ສະເຫລີມສະຫລອງຫລວງພະບາງ ເຂົ້າມໍລະດົກໂລກ ຈໍານວນ 1 ລໍາ. ເຊິ່ງເຮືອໄຟແຕ່ລະຂະບວນຂະບວນ ໄດ້ເຄື່ອນໄປຕາມເສັ້ນທາງສີສະຫວ່າງວົງ ຫາທ່ານ້ຳຂອງວັດຊຽງທອງ ແລ້ວນຳເອົາເຮືອໄຟໄຫລລົງແມ່ນ້ຳຂອງ ເຊິ່ງຄະນະກຳມະການ ໄດ້ກຳນົດ 6 ມາດຖານຂອງການປະກວດຄື: ມາທັນເວລາ ແລະ ຕັ້ງຂະບວນເປັນລະບຽບ, ໂຄງສ້າງ ແລະ ສິລະປະການຕົບແຕ່ງ ເຮັດດ້ວຍວັດສະດຸທຳມະຊາດ ແລະ ມີຄວາມສວຍງາມ, ຮູບຮ່າງ ແລະແນວຄິດສ້າງສັນ, ຂະບວນແຫ່ມີຄວາມເປັນລະບຽບ ແລະ ນຸ່ງຖືສຸພາບ, ແສງໄຟ ໃຫ້ຄວາມສະຫວ່າງໃນເວລາແຫ່ຮຸ່ງແຈ້ງດີ, ແສງໄຟໃຫ້ຄວາມສະຫວ່າງ ໃນເວລາລົງນ້ຳບໍ່ມອດ ແລະເຮືອໄຟບໍ່ຈົມ.

ສໍາລັບຜົນການປະກວດເຮືອໄຟງາມໃນບຸນອອກພັນສາປະວໍລະນາ ໃນປີນີ້:

  • ອັບດັບທີ 1 ໄດ້ແກ່ເຮືອໄຟນໍ້າເບີ 16 ເຮືອໄຟລາມມະກຽນ
  • ອັນດັບທີ 2 ໄດ້ແກ່ເຮືອໄຟນໍ້າເບີ 5 ເຮືອໄຟກຸ່ມເມືອງງາ
  • ອັນດັບທີ 3 ໄດ້ແກ່ເຮືອໄຟນໍ້າເບີ 1 ເຮືອໄຟກຸ່ມຊຽງທອງ

ທີ່ມາ: ໂທລະພາບແຂວງຫລວງພະບາງ