ວາງສີລາລຶກກໍ່ສ້າງປະຕູໂຂງເຂົ້າ-ອອກ ມຊ ແລະ ຄະນະກະເສດສາດ ລວມມູນຄ່າ 12 ຕື້ກວ່າກີບ ຈະໃຫ້ສຳເລັດກ່ອນ 1 ທັນວາ 2025

ວັນທີ 8 ຕຸລາ 2025 ມະຫາວິທະຍາໄລແຫ່ງຊາດ ຈັດພິທີວາງສີລາລືກໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ແລະ ປະຕູໂຂງທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ໂດຍການເຂົ້າຮ່ວມ ຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການ ບໍດີມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຢາງໂປ ປະທານບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ກຳຈັດ ແລະ ພາກສ່ວນກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.
ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງປະຕູໂຂງເຂົ້າສູ່ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ແລະ ປະຕູທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ເປັນໂຄງການທີ່ໄດ້ຮັບການຊ່ວຍເຫລືອລ້າຈາກບໍລິສັດ ລວມມູນຄ່າການກໍ່ສ້າງທັງໝົດ 560,000 ໂດລາສະຫະລັດ ໂດຍມີຈຸດປະສົງສ້າງຄວາມໃກ້ຊິດ ເປັນນິມິດໝາຍຂອງການພົວພັນຮ່ວມມືທີ່ດີ ເພື່ອຈະກ້າວໄປສູ່ການສືບຕໍ່ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ໃນການພັດທະນາຊັບພະຍາກອນມະນຸດໃນຂັ້ນຕໍ່ໄປ, ລວມທັງການຮ່ວມກັນສ້າງຫຼັກສູດການຮຽນການສອນ ກ່ຽວກັບການປູກພືດສະໝຸນໄພເປັນຢາ ເປັນໂຄງການສົ່ງເສີມການລົງທຶນພັດທະນາການກະສິກຳ ແລະ ປ່າໄມ້ ແບບຍືນຍົງ ແລະ ພືດສະໝຸນໄພ ເພື່ອປຸງແຕ່ງຜົນຜະລິດກະສິກຳໃຫ້ເປັນສິນຄ້າ ທີ່ເປັນປະໂຫຍດແກ່ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນໃນການພັດທະນາການຮຽນການສອນ ໃນສາຂາທີ່ກ່ຽວຂ້ອງໃນມະຫາວິທະຍາໄລແຫ່ງຊາດ.
ໂຄງການດັ່ງກ່າວ ຈະເລີ່ມລົງມືກໍ່ສ້າງນັບຕັ້ງແຕ່ມື້ວາງສີລາຈາລຶກເປັນຕົ້ນໄປ ແລະ ຄາດວ່າຈະສຳເລັດກ່ອນວັນທີ 1 ທັນວາ 2025 ກ່ອນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ.
