ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025.
ກອງປະຊຸມຄັ້ງນີ້ ຈະດໍາເນີນໄປເປັນເວລາ 1 ວັນເຄິ່ງ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ເປິກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:
– ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈໍາເດືອນຕຸລາ 2025 ຂອງລັດຖະບານ;
– ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ;
– ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
– ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
– ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026;
– ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ສະພາບການແກ້ໄຂເສັ້ນທາງ ແຕ່ຫໍຄໍາ ຫາ 4 ແຍກໄຟແດງສີຫອມ;
– ແຜນກະກຽມງານບຸນນະມັດສະການ ພະທາດຫຼວງ, ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.
– ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງຄະນະກໍາມະການສິດທິຄົນພິການ ອົງການ ສປຊ ທີ່ມີຕໍ່ລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິຄົນພິການ.
– ຮ່າງດໍາລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍ ຜ່ານທາງບົກ ແລະ ທາງລົດໄຟ. ຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025.

ໃນໂອກາດມີຄຳເຫັນໄຂກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນວຸ້ນວາຍ, ບໍ່ທັນມີທ່າທີ ທີ່ຈະຊອກຫາຊ່ອງທາງແກ້ໄຂໄດ້ ໂດຍສະເພາະ ຄວາມຂັດແຍ້ງທາງດ້ານເສດຖະກິດ-ການຄ້າ, ການທະຫານ, ບັນຫາຊາຍແດນ ແລະອື່ນໆ ທີ່ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການຮັບມື ຕໍ່ຜົນກະທົບ ທີ່ອາດຈະເກີດຂຶ້ນ. ບັນຫາເຫຼົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ, ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກ້ວາງຕື່ມອີກ, ລວມທັງ ສປປ ລາວ ກໍບໍ່ສາມາດຫຼີກລ່ຽງຜົນກະທົບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມໄດ້ເຊັ່ນດຽວກັນ. ສຳລັບຢູ່ພາຍໃນປະເທດເຮົາ ແມ່ນມີໄພພິບັດທຳມະຊາດເກີດຂຶ້ນຢ່າງໜັກໜ່ວງ ໂດຍສະເພາະ ຜົນກະທົບຈາກພະຍຸບົວລອຍ ເຮັດໃຫ້ຝົນຕົກໜັກ ນໍ້າຖ້ວມ-ນໍ້າປ່າໄຫຼຊຸ ຢູ່ 10 ແຂວງ, 34 ເມືອງ, 131 ບ້ານ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ, ທັງສ້າງຄວາມເສຍຫາຍ ໃຫ້ໂຄງລ່າງພື້ນຖານທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ຊຶ່ງຕ້ອງໄດ້ຮີບຮ້ອນສຸມໃສ່ແກ້ໄຂບັນຫາທີ່ເກີດຂຶ້ນ ໂດຍສະເພາະ ບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ໃນຕໍ່ໜ້າ ຕ້ອງມີມາດຕະການປ້ອງກັນແຕ່ຫົວທີ ໂດຍສະເພາະ ຕ້ອງເອົາໄດ້ໃຈໃສ່ຕິດຕາມສະພາບດິນຟ້າອາກາດຢ່າງໃກ້ຊິດ ແລະ ມີການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນໄຟຟ້າໃຫ້ດີ.
ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
