W.I.G NAGA ນັກກິລາເຕະບານເຍົາວະຊົນ ທີ່ມີຜົນງານດີເດັ່ນ ແລະ ໜ້າເອົາເປັນຕົ້ນແບບ

ໂດຍ: ຜາຕຸງ 07.10.25

ນັບວ່າເປັນຂ່າວດີອີກເທື່ອໃໝ່ທີ່ ໜ້າຊົມຊື່ນຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ທີມນັກກິລາບານເຕະ ເຍົາວະ ຊົນລາວ ຮຸ່ນອາຍຸບໍ່ເກີນ 11ປີ ແລະ 9ປີ ຂອງ W.I.G NAGAຫຼື  ທັບນາກນ້ອຍ ທີ່ສາມາດຍາດໄດ້ຂັນແຊ້ມ ໃນລາຍການ ບານເຕະເຍົາວະຊົນ ລະດັບນານາຊາດ ຊິງຂັນວັນຊາດຈີນ FLYING CUP 2025 ຢູ່ທີ່ ທຽນຈິນ, ປະເທດ ສປ ຈີນ ມາຄອງຢ່າງສົມສັກສີ ຊຶ່ງກາຍເປັນປະ ຫວັດສາດໜ້າໃໝ່ ທີ່ລາວເຮົາສົ່ງເຂົ້າແຂ່ງຂັນສອງຮຸ່ນ ອາຍຸ 9ປີ ແລະ 11  ສາມາດຍາດໄດ້ແຊ້ມ ທັງສອງຮຸ່ນພ້ອມກັນ.

ການແຂ່ງຂັນ ບານເຕະເຍົາວະຊົນລະດັບນານາຊາດ ຊິງຂັນວັນຊາດຈີນ FLYING CUP 2025 ຢູ່ທີ່ ນະຄອນທຽນຈີນ ສປ ຈີນ ເລີ່ມແຕ່ ວັນທີ 2 – 7 ຕຸລານີ້ ມີນັກກິລາເຍົາວະຊົນຈາກຫຼາຍໆສະໂມ ສອນໃນ ຈີນ ແລະ ປະເທດອື່ນໆເຂົ້າຮ່ວມ, ສຳລັບລາວເຮົາມີໜຶ່ງດຽວ ຄື ສະໂມສອນບານເຕະ W.I.G NAGA ໄດ້ຮັບເຊີນ ຈາກເຈົ້າພາບໃຫ້ເຂົ້າຮ່ວມໃນຖານະແຊ້ມເກົ່າ ຮຸ່ນອາຍຸບໍ່ເກີນ 11ປີ, ແຕ່ໃນເທື່ອນີ້ ນອກຈາກໄປປ້ອງກັນແຊ້ມແລ້ວ ທາງສະໂມສອນໄດ້ສົ່ງນັກເຕະຮຸ່ນ ອາຍຸ 9ປີເຂົ້າຮ່ວມແຂ່ງຂັນນຳອີກ ເພື່ອເປີດໂອກາດໃຫ້ນັກເຕະຮຸ່ນນ້ອຍໄດ້ແລກປ່ຽນປະສົບການ.

 ການທີ່ W.I.G NAGA ຮຸ່ນ 11ປີ ໄດ້ແຊ້ມມາກ່ອນນັ້ນຖືວ່າຢາກແລ້ວ ແຕ່ການປ້ອງກັນແຊ້ມໃນຄັ້ງນີ້ຍິ່ງຍາກກວ່າອີກ ເນື່ອງຈາກຕ່າງທີມກໍໝາຍໝັ້ນປັ້ນມືເພື່ອຍາດເອົາຂັນແຊ້ມມາຄອງ ໂດຍສະເພາະ ທີມໃນປະເທດເຈົ້າພາບ ຍິ່ງເຮັດໃຫ້ທັງປະທານສະໂມສອນ ທີມງານທຸກພາກສ່ວນ ລວມທັງຜູ້ຊຸກຍູ້ອຸປະຖຳ ແລະ ກອງເຊຍທຸກພາກສ່ວນ ຕົ້ນຕໍແມ່ນຕົວນັກກິລາແຕ່ລະຄົນ ໄດ້ຕັດສິນໃຈສູງເດັດດ່ຽວ ຜ່ານຜ່າປ່າຊ້າງດົງເສືອດ້ວຍຄວາມຄ່ອງແຄ້ວ ພິກໄຫວ ສຳຄັນແມ່ນການຫຼິ້ນເປັນທີມ ມີຄວາມສາມັກຄີກັນ ຫຼິ້ນໄປຕາມເກມ ທີ່ຜ່ານການຝຶກສອນມາເປັນຢ່າງດີ ຈຶ່ງສາມາດເອົາຕົວລອດແຕ່ລະນັດ ແຕ່ລະດ່ານມາໄດ້ ແລະ ໃນທີ່ສຸດກໍນຳເອົາໄຊຊະນະ ແລະຊື່ສຽງມາສູ່ຕົນເອງ, ສະໂມສອນ ວົງຄະນະຍາດ ແລະ ປະເທດຊາດ ຢ່າງພາກພູມໃຈ.

ສຳລັບຜົນງານຂອງທັງສອງຮຸ່ນໃນຮອບແບ່ງກຸ່ມເທື່ອທີໜຶ່ງນັ້ນ ທັງສອງຮຸ່ນສາມາດຜ່ານມາໄດ້ດ້ວຍດີ ແຕ່ລະທີມສາມາດຜ່ານເຂົ້າສູ່ຮອບ8ທີມໄດ້ສຳເລັດ ແລະ ໃນຮອບນີ້ W.I.G NAGA U11ເອົາຊະນະ Beijing Zhonglong 14ໄປເຖິງ 6 – 0, ໃນຮອບຮອງຊະນະເລີດ W.I.G NAGA U11 ກໍ່ຊະນະ TEAM MIRACLE KOREAເຊິ່ງເປັນທີມດັງຈາກ ສ.ເກົາຫຼີ ເຖິງ 2 – 0 , ແລະ ໃນນັດຊີງະນະເລີດ W.I.G NAGA U11 ເອົາຊະນະ Hang Zhou 14   ຈາກປະເທດເຈົ້າພາບເຖິງ4-0 ປ້ອງກັນແຊ້ມໄດ້ສຳເລັດ. ສ່ວນທີມຮຸ່ນນ້ອງໃນຮອບ 8 ທີມເອົາຊະນະ Kunling Ruipeng 16 ໄປໄດ້ 3 – 1,  ຮອບຮອງຊະນະເລີດ ກໍຊະນະ MingGuang 16 ເຖິງ 3 – 1 ແລະ ຮອບຊິງຊະນະເລີດຂອງ W.I.G NAGA U9 ຊະນະ JI NAN F90 ໄປຢ່າງຂາດຂັ້ນເຖິງ 3-1 ໄດ້ຄອງແຊ້ມສົມຕັ້ງໃຈ. ຫາກໄດ້ຕິດຕາມແລ້ວເຫັນວ່າໃນທ້າຍເດືອນ ມັງກອນ ປີ 2025ນີ້  ສະໂມສອນ W.I.G NAGA ຮຸ່ນ ອາຍຸສາມາດຍາດໄດ້ແຊ້ມໃນລາຍການ PANYI ELITE CUP 2025 NEW YEAR CUP ທີ່ປະເທດຈີນ, ຕໍ່ມານັກເຕະບານຮຸ່ນອາຍຸບໍ່ເກີນ 13ປີ ຂອງ W.I.G NAGA ກໍ່ຍາດໄດ້ຫຼຽນຄຳ ແລະ ຄອງຂັນຊະນະເລີດການແຂ່ງຂັນ ບານເຕະເຍົາວະຊົນລະດັບໂລກ ລາຍການ IBER CUP 2025 ທີ່ປະເທດປອກຕຸຍການ ລະຫວ່າງວັນທີ 30 ມິຖຸນາ – 6 ກໍລະກົດ 2025.

ທີມເຕະບານເຍົາວະຊົນ W.I.G NAGA ປຽບເໝືອນດາວດວງເດັ່ນຫຼືດາວດວງນ້ອຍທີ່ໂດດເດັ່ນ ທີ່ກໍາລັງມາແຮງແຊງໜ້າໃນຫລາຍໆທີມເຕະບານໃນ ສປປ ລາວ ເພາະທີມເຕະບານຮຸ້ນນີ້ມີອາຍຸບໍ່ເກີນ 11 ປີ ແນ່ນອນວ່າໃນອະນາຄົດ ເມື່ອພວກເຂົາໃຫຍ່ຂຶ້ນມາກໍຈະກາຍເປັນທີມຊາດໃນແຕ່ລະຮຸ້ນຢ່າງແນ່ນອນ, ການໄປຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນໃນແຕ່ລະຄັ້ງສາມາດຍາດໄດ້ໄຊຊະນະ   ເໜືອຄູ່ແຂ່ງ ແລະ ໄດ້ຂັນແຊ້ມມາຢູ່ໃນກໍາມືມັນກໍເປັນໃບໜ້າໃບຕາຂອງສະໂມສອນ ຂອງປະເທດຊາດ, ຂອງນັກກິລາເອງ ຕະຫລອດຍາດຕິພີ່ນ້ອງ ແລະ ຍັງສະແດງໃຫ້ເຫັນຕື່ມວ່າ: ວົງການກິລາເຕະບານເຍົາວະຊົນຂອງລາວເຮົາມີການພັດທະນາດີຂຶ້ນເລື້ອຍໆ. ທີມເຕະບານເຍົາວະຊົນ WIG NAGA ໄດ້ກາຍເປັນຕົ້ນແບບຂອງນັກກິລາເຕະບານເຍົາວະຊົນຂອງຊາດ ກໍຄືທີມເຕະບານໃນທົ່ວປະເທດທີ່ພວກເຮົາຄວນຊຸກຍູ້ສົ່ງເສີມໃນການຈັດຕັ້ງນໍາພາ ນັບທັງການໃຫ້ກໍາລັງໃຈ, ກໍາລັງຊັບ, ກໍາລັງສັດທາທີ່ປ່ຽມລົ້ນໄປດ້ວຍຄວາມຮັກຊາດຢ່າງດູດດື່ມ ສ້າງກິລາເຕະບານຮຸ້ນເຍົາວະຊົນໃຫ້ກາຍເປັນນັກກິລາເຕະບານອາຊີບໃນອະນາຄົດ.