ກັກຕົວ ກຸ່ມໄວລຸ້ນ ຄ້າຂາຍຄໍລາເຈນປະສົມສານເສບຕິດ ພ້ອມຂອງກາງ 149 ຊອງ ແລະ ຊຸດນ້ຳກະທ່ອມຈຳນວນຫລາຍຊຸດ

ວັນທີ 8 ຕຸລາ 2025 ທ່ານ ພັທ ພູຂົງ ສີປະເສີດ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ວັນທີ 30 ກັນຍາ 2025 ເວລາ 10 ໂມງ ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າ: ຢູ່ເຮືອນທ້າວ ຫັດສະດີ ທີ່ມາພັກເຊົາ ຢູ່ບ້ານ ດອນເຊັງ ນະຄອນໄກສອນ ພົມວິຫານ ເປັນບ່ອນຄ້າຂາຍນໍ້າ ກະທ່ອມ ແລະ ຄໍລາເຈນປະສົມສານເສບຕິດ, ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ລົງພິສູດແຫລ່ງຂ່າວ ເຫັນວ່າມີ ຄວາມຈິງແທ້ ແລະ ໄດ້ກັກຕົວ ທ້າວ ຫັດສະດີ ອາຍຸ 29 ປີ ບ້ານ ສະພານເໜືອ ນະຄອນໄກສອນ ພົມວິຫານ ພ້ອມໂທລະສັບ 1 ເຄື່ອງ ແລະ ທ້າວ ໄຊສົມບັດ ອາຍຸ 18 ປີ ບ້ານລາດຊະວົງໄຊ ນະຄອນໄກສອນພົມວິ ຫານ ພ້ອມໂທລະສັບ 1 ເຄື່ອງ ແລະ ລົດຈັກ ຍີ່ຫໍ້ ຮອນດ້າຄິກໄອ ສີຂາວແດງ ປ້າຍທະບຽນ ຈອ 1451 ແລະ ກວດຄົ້ນເຮືອນ ພົບເຫັນ ຄໍລາເຈນ ປະສົມສານເສບຕິດ ຊອງສີບົວ ຈໍານວນ 60 ຊອງ, ນໍ້າຍາດີໄອ ຍີ່ຫໍ້ດາທິດຊົນ ຈໍານວນ 78 ກ່ອງ, ກະຕຸກເປົ່າ ຈໍານວນ 100 ກະຕຸກ ແລະ ນໍ້າກະທ້ອມ ຈໍານວນ 17 ຕຸກ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ຫັດສະດີ ໃຫ້ການຮັບສາລະພາບວ່າ: ຄໍລາເຈນ ປະສົມສານ ເສບຕິດ ຈໍານວນດັ່ງກ່າວແມ່ນ ໄດ້ຊື້ມາຈາກ ທ້າວ ພູສະຫວັນ ແລະ ທ້າວ ໄຊສົມພອນ ເຈົ້າໜ້າທີ່ ຈຶ່ງເຂົ້າກັກຕົວ ທ້າວ ພູສະຫວັນ ອາຍຸ 17 ປີ ບ້ານ ຈະເລີນສຸກ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ພ້ອມຂອງກາງ ຄໍລາເຈ່ນປະສົມສານເສບຕິດ ຊອງສີບົວ ຈຳນວນ 79 ຊອງ ຢູ່ໃນຖົງຢາງສີຂາວໃນກະຕ່າລົດຈັກຂອງຜູ້ກ່ຽວ ຍີ່ຫໍ້ ຮອນດ້າເວັບ 100 ສີຂຽວດໍາປ້າຍທະບຽນ ຈຍ 8110 ແລະ ໄດ້ກັກຕົວ ທ້າວ ໄຊສົມພອນ ອາຍຸ 26 ປີ ບ້ານ ຫົວເມືອງໃຕ້ ນະຄອນ ໄກສອນພົມວິຫານ ພ້ອມຂອງກາງ ຄໍລາເຈນ ປະສົມສານເສບຕິດຊອງສີດໍາ ຈໍານວນ 10 ຊອງ ຢູ່ໃນຖົງຢາງສີຂາວທີ່ຜູ່ກ່ຽວຖືຢູ່,

ຈາກນັ້ນ ຈຶ່ງໄດ້ນໍາຕົວພວກກ່ຽວ ພ້ອມເຄື່ອງຂອງກາງ ຄໍລາເຈນ ປະສົມສານເສບຕິດ ຈໍານວນ 149 ຊອງ ແລະ ເຄື່ອງປຸງແຕ່ງນ້ຳກະທ້ອມ, ພາຫະນະລົດຈັກ 3 ຄັນ ແລະ ໂທລະສັບ 4 ເຄື່ອງ ເຂົ້າມາ ປກສ ນະຄອນໄກສອນພົມວິຫານ ເພື່ອສືບສວນ-ສອບສວນດໍາເນີນຄະດີ ຕາມລະບຽບກົດໝາຍ.

ທີ່ມາ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ