ນາຍົກຮ່ວມມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ

ວັນທີ 7 ຕຸລາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມພັນລະຍາ ໄດ້ເຂົ້າຮ່ວມມອບເຄື່ອງຊ່ວຍເຫລືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ ຂອງເມືອງຊະນະສົມບູນ ແຂວງຈໍາປາສັກ, ມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ພູໄພທອງ ພິມມະວົງສາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ລາຍງານວ່າ: ປີ 2025 ຢູ່ເມືອງຊະນະສົມບູນ ໄດ້ເກີດມີສະພາບນໍ້າຖ້ວມ 3 ຄັ້ງ ເຮັດໃຫ້ເນື້ອທີ່ນາດໍາ ແລະ ນາຫວ່ານຂອງຊາວກະສິກອນ ຖືກຖ້ວມລວມມີ 26 ບ້ານ, ມີ 1,062 ຄອບຄົວ, ມີຈຳນວນພົນ 3.849 ຄົນ, ຍິງ 2,481 ຄົນ, ເນື້ອທີ່ນາຖືກຖ້ວມທັງໝົດ 1,043 ກວ່າເຮັກຕາ. ສໍາລັບການຊ່ວຍເຫລືອເບື້ອງຕົ້ນ, ການນໍາຂອງແຂວງ ແລະ ການນໍາເມືອງ ໄດ້ໃຫ້ການຊ່ວຍເຫຼືອສຸກເສີນແກ່ບ້ານບ້ານທີ່ໄດ້ຮັບຜົນກະທົບ ຄື: ບ້ານຄີລີ ແລະ ບ້ານນາຂາມ ໃນ 4 ຄຸ້ມບ້ານ ຈຳນວນ 101 ລ້ານກວ່າກີບ. ນອກນີ້, ຍັງໄດ້ຮັບການຊ່ວຍຈາກໂຄງການ ຢູເອັນດີພີ ແລະ ໂຄງການອັອກຟາມ ເປັນຕົ້ນແມ່ນການສ້າງສູນຫຼົບໄພ, ເສື້ອຊູຊີບ ແລະ ອື່ນໆ.

ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງພໍ່ແມ່ປະຊາຊົນມີແນວຄິດທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເພາະວ່າຍາມໃດ ພັກ ແລະ ລັດ ກໍເອົາໃຈໃສ່ດູແລເບິ່ງແຍງປະຊາຊົນສະເໝີ. ພ້ອມນີ້, ໃຫ້ທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ດູແລເບິ່ງແຍງຊ່ວຍເຫຼືອປະຊາຊົນ ພ້ອມທັງແນະນໍາໃຫ້ພໍ່ແມ່ປະຊາຊົນມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ເອົາໃຈໃສ່ເກັບກຳຂໍ້ມູນຜົນເສຍຫາຍລະອຽດ ເພື່ອລາຍງານ ແລະ ລົງເລິກຄົ້ນຄວ້າສະເໜີແກ້ໄຂສ້ອມແປງທາງ ທັງໃນໄລຍະສັ້ນ, ສະເພາະໜ້າ ແລະ ຍາວນານ, ຄົ້ນຄວ້າຊອກຫາແນວພັນ, ຊຸກຍູ້ສົ່ງເສີມໃຫ້ແກ່ປະຊາຊົນສຸມໃສ່ການຜະລິດ ໂດຍປູກພືດທົດແທນຜົນຜະລິດທີ່ໄດ້ຮັບຜົນກະທົບ ເພື່ອພັດທະນາຄຸນນະພາບຊີວິດ ຕາມທິດ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເພື່ອເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ປະກອບສ່ວນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະພາບດ້ວຍພັດທະນາ.

ຕອນທ້າຍ, ກໍໄດ້ມອບເຂົ້າສານ, ນໍ້າດື່ມ ແລະ ໝີ່ ລວມມູນຄ່າ 397 ລ້ານກວ່າກີບ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານຂອງເມືອງຊະນະສົມບູນ ເພື່ອຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ປະຊາຊົນ 8 ບ້ານດັ່ງກ່າວທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

ທີ່ມາ: ໜັງສືພິມຈໍາປາໃໝ່