ຊາວປະມົງອີຕາລີ ຈັບປາດຸກຍັກເອີຣົບ ຍາວເກືອບ 3 ແມັດ ກາງແມ່ນໍ້າໂປ
ອີຕາລີ — ນັກຕຶກປາຊາວອີຕາລີ ສາມາດຈັບ ປາຊິລູໂຣ (Silurus glanis) ຂະໜາດຍັກ ຍາວເຖິງ 2.85 ແມັດ ກາງແມ່ນໍ້າໂປ (Po River) ເຊິ່ງອາດເປັນໜຶ່ງໃນການຈັບປານໍ້າຈືດຂະໜາດໃຫຍ່ທີ່ສຸດໃນເອີຣົບ.
ຜູ້ທີ່ຈັບປາໂຕນີ້ແມ່ນ ອາເລັກຊານໂດຣ ບິອັງກາຣດີ ເຊິ່ງຕ້ອງໃຊ້ເວລາຕໍ່ສູ້ກັບປາໂຕນີ້ປະມານ 40 ນາທີ ກ່ອນຈະສາມາດລາກມັນຂຶ້ນຝັ່ງໄດ້ສຳເລັດ. ລາວເລົ່າວ່າ ເມື່ອປາໂຜ່ຂຶ້ນມາຄັ້ງທຳອິດ “ເກືອບບໍ່ເຊື່ອສາຍຕາ” ດ້ວຍຂະໜາດ ແລະ ນໍ້າໜັກທີ່ມະຫາສານ. ຫລັງຈາກວັດຄວາມຍາວແລ້ວລາວໄດ້ປ່ອຍມັນຄືນສູ່ແມ່ນໍ້າ ເພື່ອຄວາມປອດໄພຂອງປາ ແລະ ຮັກສາທຳມະຊາດ.
ປາຊິລູໂຣ ເອີ້ນໃນພາສາອັງກິດວ່າ Wels Catfish ແມ່ນປາດຸກນໍ້າຈືດຂະໜາດໃຫຍ່ທີ່ສຸດໃນເອີຣົບ, ມັນມີລຳໂຕຍາວ, ລຽບ, ບໍ່ມີເກັດ, ປາກກວ້າງ ແລະ ມີໜວດຍາວ ທີ່ຊ່ວຍໃນການລ່າເຫຍື່ອ. ປາຊະນິດນີ້ສາມາດເຕີບໂຕໄດ້ຍາວເກີນ 3 ແມັດ ແລະ ໜັກຫລາຍກວ່າ 100 ກິໂລກຣາມ. ມັນເປັນນັກລ່າທີ່ກິນທັງປານ້ອຍ, ສັດນໍ້າ ແລະ ສັດລ້ຽງລູກດ້ວຍນົມຂະໜາດນ້ອຍ, ດັ່ງນັ້ນຈຶ່ງຖືເປັນໜຶ່ງໃນປານໍ້າຈືດທີ່ມີພະລັງທີ່ສຸດໃນເອີຣົບ.
ເຫດການຄັ້ງນີ້ບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງນັກຕຶກປາເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວທີ່ສະທ້ອນໃຫ້ເຫັນເຖິງຄວາມອະລັງການຂອງທຳມະຊາດໃນແມ່ນໍ້າເອີຣົບ ແລະ ສະແດງໃຫ້ເຫັນເຖິງຄວາມທ້າທາຍຂອງການຕຶກປາແບບມືອາຊີບ.
