ກັກຕົວເຈົ້າຂອງເຮືອໃຫ້ເຊົ່າຂົນຢາເສບຕິດຂ້າມຂອງ ພ້ອມຂອງກາງຢາບ້າ 1,600,000 ເມັດ ສ່ວນເຈົ້າຂອງຢາຫລົບໜີ
ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວັນທີ 7 ຕຸລາ 2025 ນີ້ວ່າ: ວັນທີ 8 ມິຖຸນາ 2025 ຜ່ານມາ ເຈົ້າໜ້າທີ່ຕິດຕາມມ້າງເປົ້າໝາຍ ແລະ ກວດກາຈຸດຂ້າມລອຍ ຢູ່ເຂດບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ກວດພົບເຫັນລົດຈິບ 1 ຄັນ ຍີ່ຫໍ້ ຮຸນໄດ ສີດໍາ ປ້າຍທະບຽນ ກຮ 3528 ນະຄອນຫລວງວຽງຈັນ ທີ່ຈອດຢູ່ແຄມທ່ານໍ້າຂອງ ພົບເຫັນຢາເສບຕິດ 4 ເປົາ, ມີ 800 ມັດ ເທົ່າກັບ 1,600,000 ເມັດ ແລະ ສາມາດກັກຕົວ ທ້າວປັ່ນ ອາຍຸ 59 ປີ ປະຊາຊົນບ້ານນາລ້ອງ ເມືອງຫາດຊາຍຟອງ ເປັນເຈົ້າຂອງເຮືອ ມາສືບສວນສອບສວນ.

ຜ່ານການສືບສວນສອບຜູ້ກ່ຽວຮັບສາລະພາບວ່າ: ເຮືອທີ່ເຈົ້າໜ້າຢຶດໄປນັ້ນແມ່ນຂອງຜູ້ກ່ຽວແທ້, ສ່ວນຢາເສບ ປະເພດຢາບ້າຈໍານວນດັ່ງກ່າວ ບໍ່ຮູ້ ວ່າເປັນຂອງໃຜ. ແຕ່ຜ່ານມາເຄີຍໃຫ້ກຸ່ມຄົນນໍາໃຊ້ເຮືອ ແລະ ຈັກຂອງຕົນຂົນສົ່ງຢາເສບຕິດມາແລ້ວຫລາຍຄັ້ງ ເຊິ່ງຕົນເອງເປັນຄົນເບິ່ງຕົ້ນທາງໃຫ້.
ກ່ອນໜ້ານີ້ເດືອນເມສາ 2025 ມີຊາຍຄົນໜຶ່ງໄດ້ມາຫາ ແລະ ຂໍນໍາໃຊ້ເຮືອຂອງຕົນ ເພື່ອຂົນສົ່ງເອົາຢາເສບຕິດຂ້າມໄປປະເທດເພື່ອນບ້ານ ໂດຍຈະໄດ້ຮັບຄ່າຈ້າງ ຄັ້ງລະ 5,000 ບາດ ຕົນຈຶ່ງຕອບຕົກລົງ.
ມາຮອດວັນທີ 8 ມິຖຸນາ 2025 ເວລາປະມານ 12:00 ໂມງ ຊາຍຄົນດັ່ງກ່າວ, ໄດ້ໂທລະສັບ ມາຫາຕົນ ເພື່ອຈະເອົາເຮືອໄປຂົນສົ່ງຢາເສບຕິດ ຂ້າມໄປປະເທດເພື່ອບ້ານ ຈຶ່ງໄດ້ບອກຊາຍຄົນດັ່ງກ່າວວ່າ ເຮືອຈອດຢູ່ຈຸດເກົ່າ ແຕ່ກໍບໍ່ຮູ້ວ່າຈະຂົນຂ້າມໄປໃນເວລາໃດ ແລະ ມີໃຜເຂົ້າຮ່ວມນໍາແດ່ ແລະ ເປັນຢາຂອງໃຜ.

ມາຮອດເວລາ 22:00 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງຈຶ່ງໄດ້ເຂົ້າກັກຕົວຜູ້ກ່ຽວ.
ເຫັນວ່າການກະທໍາຂອງທ້າວປັ່ນ ແມ່ນຄົບອົງປະກອບການກະທໍາຜິດທາງອາຍາ ຕາມທີ່ ໄດ້ກໍານົດໄວ້ໃນປະມວນກົດໝາຍ ສະບັບປັບປຸງ ປີ 2017 ມາດຕາ 315 ວ່າດ້ວຍການຂົນສົ່ງຢາເສບຕິດ.
ປັດຈຸບັນ, ຄະດີດັ່ງກ່າວແມ່ນໄດ້ສືບຕໍ່ ໃນການສືບສວນສວບສວນຂະຫຍາຍຜົນ ເພື່ອນໍາເອົາຜູ້ກະທໍາຜິດ ມາລົງໂທດຕາມລະບຽບກົດໝາຍ.
