ຊາຍໜຸ່ມເກືອບເສຍຊີວິດ ຫລັງຈາກຖືກລັອດເຕີຣີເງິນລ້ານ ແລ້ວສະຫລອງແບບບໍ່ຢຸດພັກ

New York Post ລາຍງານເລື່ອງລາວຂອງຊາຍຄົນໜຶ່ງທີ່ຊື່ ອາດັມ ໂລເປຊ (Adam Lopez) ອາຍຸ 39 ປີ ຄົນອັງກິດ ເຊິ່ງເຄີຍເປັນຄົນຂັບລົດຍົກເຄື່ອງ ໄດ້ຖືກນໍາສົ່ງເຂົ້າໂຮງໝໍ ຫລັງຈາກເກີດອາການ ມີກ້າມເລືອດອຸດຕັນຢູ່ໃນປອດທັງສອງຂ້າງ ເມື່ອເດືອນກັນຍາທີ່ຜ່ານມາ

ໃນເບື້ອງຕົ້ນ ໂລເປຊ ມີເງິນໃນບັນຊີພຽງແຕ່ປະມານ 12 ປອນເທົ່ານັ້ນ (ປະມານ 350,000 ກີບ), ແຕ່ຊີວິດໄດ້ປ່ຽນໄປໃນທັນທີເມື່ອລາວຖືກລາງວັນລັອດເຕີຣີແບບຂູດເລກ, ໄດ້ຮັບເງິນ 1 ລ້ານປອນ (ປະມານ 29 ຕື້ກີບ).

ຫລັງຈາກໄດ້ຮັບລາງວັນ, ລາວໃຊ້ຊີວິດຢ່າງສຸດຂີດ — “ສະຫລອງຕະຫລອດສາມເດືອນ ” — ຈົນສຸຂະພາບເລີ່ມຊຸດໂຊມ ແລະ ເລີ່ມມີອາການເຈັບຂາ, ເຊິ່ງນໍາໄປສູ່ກ້າມເລືອດໄດ້ແຜ່ເຂົ້າສູ່ປອດ.

ໂລເປຊໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍມະຫາວິທະຍາໄລນໍຟອກ ແອນ ນໍຣິຊ ເປັນເວລາ 8 ວັນເຄິ່ງ. ລາວເລົ່າວ່າ ເມື່ອເຖິງຈຸດທີ່ຍ່າງບໍ່ໄດ້, ຫາຍໃຈລຳບາກ, ລາວຮູ້ຕົວວ່າສະຖານະການຮ້າຍແຮງເກືອບເຖິງຊີວິດແລ້ວ.

“ບໍ່ວ່າຈະມີເງິນລ້ານ, ຮ້ອຍລ້ານ, ພັນລ້ານ, ເມື່ອເຖິງເວລາທີ່ເຈົ້ານອນຢູ່ເທິງລົດເພຢາບານ ເງິນກໍບໍ່ມີຄວາມໝາຍຫຍັງເລີຍ” ໂລເປຊກ່າວ, ພ້ອມຢືນຢັນວ່າລາວເສຍດາຍທີ່ລາອອກຈາກວຽກທັນທີຫຼັງໄດ້ຮັບລາງວັນ ເພາະຂາດແນວທາງໃນການໃຊ້ຊີວິດ.

ໃນປັດຈຸບັນ, ໂລເປຊກໍາລັງຢູ່ໃນຊ່ວງພັກຟື້ນ, ຄາດວ່າຈະໃຊ້ເວລາ 6–9 ເດືອນ ກວ່າຈະກັບມາເປັນ ປົກກະຕິອີກຄັ້ງ.