ນໍ້າຖ້ວມຫລາຍຈຸດໃນຮ່າໂນ້ຍ ປະເທດຫວຽດນາມ ຫລັງຈາກຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ

VOV ຫວຽດນາມ ລາຍງານຕອນເຊົ້າມື້ນີ້ ວັນທີ 7 ຕຸລາ 2025: ນະຄອນຫລວງຮ່າໂນ້ຍຍັງຄົງປະເຊີນກັບ ນໍ້າຖ້ວມຢ່າງຮຸນແຮງ ໃນຫລາຍພື້ນທີ່ ຫລັງຈາກເກີດຝົນຕົກໜັກຢ່າງຕໍ່ເນື່ອງຕະຫລອດຄືນທີ່ຜ່ານມາ, ສົ່ງຜົນໃຫ້ການຈາລະຈອນ ເປັນອຳມະພາດ ຫລາຍເສັ້ນທາງມີນໍ້າຖ້ວມສູງຕັ້ງແຕ່ 30–50 ຊັງຕີແມັດ ແລະ ບາງຈຸດສູງກວ່າ 1 ແມັດ.

ສູນພະຍາກອນອຸຕຸນິຍົມວິທະຍາແຫ່ງຊາດຫວຽດນາມລາຍງານວ່າ ປະລິມານຝົນທີ່ວັດໄດ້ໃນຮອບ 6 ຊົ່ວໂມງລ່າສຸດແມ່ນຢູ່ລະຫວ່າງ 40–80 ມິນລີແມັດ ໂດຍສະຖານີ Sóc Sơn ວັດໄດ້ສູງສຸດເຖິງ 116 ມມ ແລະ ສະຖານີ Thượng Cát ວັດໄດ້ 91 ມມ, ຝົນຍັງມີແນວໂນ້ມຈະຕົກຕໍ່ເນື່ອງໃນຊ່ວງເຊົ້າ, ກ່ອນຈະເລີ່ມຫລຸດລົງໃນຊ່ວງບ່າຍຫາຕອນຄໍ່າ.

ທາງການນະຄອນຫຼວງຮ່າໂນ້ຍໄດ້ ລະດົມເຈົ້າໜ້າທີ່ແລະເຄື່ອງສູບນໍ້າ ເຂົ້າຊ່ວຍລະບາຍນໍ້າ ພ້ອມທັງຕັ້ງ ສັນຍານເຕືອນແລະປ້າຍຫ້າມຜ່ານ ໃນຈຸດທີ່ມີນໍ້າຖ້ວມສູງ ເພື່ອປ້ອງກັນອຸບັດຕິເຫດ. ໃນຂະນະດຽວກັນ, ຕຳຫລວດຈະລະຈອນ ໄດ້ອອກມາອຳນວຍຄວາມສະດວກ ແລະ ແນະນໍາເສັ້ນທາງຫລີກລ່ຽງ.

ເຈົ້າໜ້າທີ່ເຕືອນປະຊາຊົນໃຫ້ ຫຼີກລ້ຽງການເດີນທາງ ຜ່ານຖະໜົນທີ່ເປັນພື້ນທີ່ລຸ່ມຕ່ຳ ແລະ ພື້ນທີ່ ທີ່ມີລາຍງານນໍ້າຂັງ, ພ້ອມທັງເຝົ້າລະວັງຝົນຕົກໜັກຮອບໃໝ່ທີ່ອາດຈະເກີດຂຶ້ນໃນຊ່ວງຄໍ່າຂອງມື້ນີ້.